ສັນຍາລັກນ້ຳໃຈມິດຕະພາບຫວຽດນາມ - ໄທ ຢູ່ເຂດດິນແດນຂອນແກນ
    
    
    
        
            
ວັດແຫ່ງນີ້ທັງມີຈຸດວັດທະນະທຳປະຫວັດສາດທີ່ເປັນເອກະລັກສະເພາະຂອງສາສະໜາພຸດຫວຽດນາມ, ທັງເປັນສັນຍາລັກຂອງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດຫວຽດນາມ ແລະ ໄທ.
        
        
        
            
	
		
			|     | 
		
			|  | 
		
			| ວັດເສົາດຽວຢູ່ ຂອນແກນ. ພາບ: vov.vn | 
	
	ວັນທີ 18 ມີນາ, ອຳນາດການປົກຄອງແຂວງ ຂອນແກນ, ທາງທິດຕາເວັນອອກສ່ຽງເໜືອ ໄທ ພ້ອມກັບສະຖານກົງສູນໃຫຍ່ ສະຖານທູດ ຫວຽດນາມ ແລະສະມາຄົມຊາວ ໄທ ເຊື້ອຊາດ ຫວຽດນາມ ແຂວງ ຂອນແກນ ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນກໍ່ສ້າງວັດເສົາດຽວ ເຊິ່ງແມ່ນສັນຍາລັກແຫ່ງນໍ້າໃຈມິດຕະພາບຫວຽດນາມ - ໄທ ຢູ່ເຂດດິນແດນ ຂອນແກນ.
	ກ່າວຄຳເຫັນທີ່ພິທີ, ທ່ານນາງ ດັ້ງທິກາຍ, ຮອງປະທານສະມາຄົມຊາວ ໄທ ເຊື້ອຊາດ ຫວຽດນາມ ແຂວງ ຂອນແກນ ໃຫ້ຮູ້ວ່າ: 15 ປີກ່ອນນີ້, ໂດຍໄດ້ຮັບການສະໜັບສະໜູນ ແລະໜູນຊ່ວຍຈາກອຳນາດການປົກຄອງແຂວງຂອນແກນ, ສະຖານກົງສູງໃຫຍ່ຫວຽດນາມ ປະຈຳ ຂອນແກນ, ວັດເສົາດຽວໄດ້ຮັບການກໍ່ສ້າງໃນສວນສາທາລະນະມິດຕະພາບໄທ - ຫວຽດ ແຂວງ ຂອນແກນ. ວັດແຫ່ງນີ້ທັງມີຈຸດວັດທະນະທຳປະຫວັດສາດທີ່ເປັນເອກະລັກສະເພາະຂອງສາສະໜາພຸດຫວຽດນາມ, ທັງເປັນສັນຍາລັກຂອງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ ແລະ ໄທ.
	ສ່ວນທ່ານຮອງເຈົ້າແຂວງ ຂອນແກນ ຈັນໃຈ ຢືນຢັນວ່າ ວັດແຫ່ງນີ້ແມ່ນສັນຍາລັກສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະການພົວພັນທີ່ດີງາມລະຫວ່າງແຂວງ ຂອນແກນ ຂອງ ໄທ ແລະ ຫວຽດນາມ.
	ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ