ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ-ຝລັ່ງ
ກປ.ອອນໄລ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະການຮ່ວມມືຫວຽດນາມ - ຝລັ່ງ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ VII, ອາຍຸການ 2023-2028.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່ທີ່ມີສະມາຊິກ 50 ທ່ານ. ທ່ານນາງ ຫງວຽນທຸຍແອງ ປະທານຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ ໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງເປັນປະທານສະມາຄົມຊຸດທີ VII.
    |
 |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຖ່າຍຮູບເປັນທີ່ລະນຶກ. ພາບ: ອານດັງ |
ບົດລາຍງານທີ່ກອງປະຊຸມໃຫຍ່ສະແດງໃຫ້ເຫັນວ່າ, ໃນອາຍຸການ 2016-2022, ນອກຈາກບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນບຸນສຳຄັນຕ່າງໆແລ້ວ, ສະມາຄົມຍັງໄດ້ຈັດຕັ້ງ “ງານແຂ່ງຂັນບານເຕະມິດຕະພາບຫວຽດນາມ - ຝລັ່ງ”, ກອງປະຊຸມສຳມະນາຮ່ວມມືຫວຽດນາມ - ຝລັ່ງ ໃນການກໍ່ສ້າງ ແລະຄົ້ນຄວ້າວິທະຍາສາດ, ງານບຸນຝລັ່ງ ຢູ່ຮ່າໂນ້ຍ ເພື່ອແນໃສ່ໂຄສະນາວັດທະນະທຳຝລັ່ງ ເຖິງປະຊາຊົນຫວຽດນາມ... ພິເສດ, ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນຝລັ່ງ ໃນເວລາພະຍາດໂຄວິດ–19 ລະບາດນັ້ນ, ສະມາຄົມໄດ້ມອບ ອຸປະກອນການແພດໃຫ້ຝ່າຍຝລັ່ງ ດ້ວຍມູນຄ່າເກືອບ 2 ຕື້ດົ່ງ. ບັນດາຄວາມມານະພະຍາຍາມໃນກິດຈະກໍາເຄື່ອນໄຫວຂອງສະມາຄົມໄດ້ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ.
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງປະທານສະມາຄົມມິດຕະພາບ ແລະການຮ່ວມມື ຫວຽດນາມ - ຝລັ່ງ ຄົນໃໝ່ ຫງວຽນທຸຍແອງ ຢືນຢັນວ່າ ຈະພ້ອມກັບຄະນະບໍລິຫານງານ ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດສໍາເລັດບັນດາໜ້າທີ່ທີ່ກອງປະຊຸມໃຫຍ່ໄດ້ເຫັນດີເປັນເອກະພາບຮັບຮອງເອົາ, ເພື່ອແນໃສ່ຫັນເປົ້າໝາຍລວມແມ່ນນໍາການເຄື່ອນໄຫວຂອງສະມາຄົມມິດຕະພາບ ແລະການຮ່ວມມືຫວຽດນາມ - ຝລັ່ງ ຂຶ້ນສູ່ລະດັບສູງໃໝ່ປະກົດຜົນເປັນຈິງ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດສ້າງສາ, ເພີ່ມພູນຄູນສ້າງ ແລະ ພັດທະນານໍ້າໃຈມິດຕະພາບລະຫວ່າງສອງປະເທດ, ສອງຊາດ.
ໂດຍ: ທະນາພອນ