ຕາມຜູ້ຕາງໜ້າກົມເດີນທະເລ (ກະຊວງຄົມມະນາຄົມ-ຂົນສົ່ງຫວຽດນາມ), ເພື່ອມີຜົນງານດັ່ງກ່າວແມ່ນຍ້ອນໃນໄລຍະຜ່ານມາ ລະບົບພື້ນຖານໂຄງລ່າງທ່າກໍາປັ່ນຂອງຫວຽດນາມ ນັບມື້ນັບພັດທະນາດ້ວຍຂອບຂະໜາດທັນສະໄໝ, ປະກອບສ່ວນຍົກສູງຄຸນນະພາບການບໍລິການ ແລະກໍາລັງແກ່ງແຍ້ງເມື່ອທຽບໃສ່ບັນດາປະເທດຕ່າງໆໃນພາກພື້ນ.

leftcenterrightdel
ພາບປະກອບຈາກ baogiaothong.vn

ບັນດາກຸ່ມບໍລິສັດລົງທຶນຂຸດຄົ້ນທ່າກໍາປັ່ນອາຊີບ ແລະບັນດາບໍລິສັດກໍາປັ່ນໃຫຍ່ໃນໂລກເຂົ້າຮ່ວມການລົງທຶນກໍ່ສ້າງ ແລະຂຸດຄົ້ນທ່າກໍາປັ່ນຢູ່ຫວຽດນາມ, ຄື: ກຸ່ມບໍລິສັດ PSA - ສິງກະໂປ (ກຸ່ມບໍລິສັດຂຸດຄົ້ນທ່າກໍາປັ່ນທີ 3 ໃນໂລກ) ລົງທຶນ, ຂຸດຄົ້ນທ່າກໍາປັ່ນ SP-PSA; ກຸ່ມບໍລິສັດ APMT - ເດນມາກ (ຂຸດຄົ້ນທ່າກໍາປັ່ນໃຫຍ່ທີ 2 ໃນໂລກ) ລົງທຶນ, ຂຸດຄົ້ນທ່າກໍາປັ່ນ CMIT; ກຸ່ມບໍລິສັດ Hutchison Port Holding - ຮົງກົງ (ຂຸດຄົ້ນທ່າກໍາປັ່ນໃຫຍ່ທີ 1 ໃນໂລກ) ລົງທຶນທ່າກໍາປັ່ນ SITV… ບັນດາທ່າກໍາປັ່ນນີ້ລ້ວນແຕ່ຢູ່ແຂວງບ່າເຣ້ຍ-ວຸ້ງເຕົ່າ.

ກໍ່ຕາມກົມເດີນທະເລ ແລ້ວ, ຄຽງຂ້າງ 25 ເສັ້ນທາງຂົນສົ່ງໄປທະວີບອາເມລິກາ ແລະ 3 ເສັ້ນທາງໄປເອີລົບແລ້ວ, ປະຈຸບັນ ຫວຽດນາມ ຍັງມີກວ່າ 100 ເສັ້ນທາງຂົນສົ່ງພາຍໃນອາຊີ, ສຸມໃສ່ບັນດາກຸ່ມທ່າກໍາປັ່ນ ຫາຍຟ່ອງ, ກວາງນິງ, ດ່ານັ້ງ, ກຸຍເຍີນ, ກວາງນາມ, ນະຄອນໂຮ່ຈີມິນ, ວຸ້ງເຕົ່າ. ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນສາມປະເທດທີ່ມີເສັ້ນທາງຂົນສົ່ງໃຫຍ່ທີ່ສຸດໃນພາກພື້ນ.  ກໍາລັງຄວາມສາມາດຂອງທ່າກໍາປັ່ນຫວຽດນາມ ໃນປະຈຸບັນ ແມ່ນເງື່ອນມູນເພື່ອໃຫ້ບັນດາບໍລິສັດກໍາປັ່ນນໍາໃຊ້ທ່າທະເລຫວຽດນາມ ເປັນຂັ້ນຕອນສໍາຄັນໃນລະບົບການເດີນທະເລທົ່ວໂລກ.

ໂດຍ: ຈາງຫງວຽນ