ແກ້ໄຂຄວາມຕ້ອງການ, ຄວາມປາດຖະໜາອັນຊອບທໍາຂອງຜູ້ອອກແຮງງານຢ່າງທັນການ
ກປ.ອອນໄລ - ຕອນເຊົ້າວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມຕີລາຄາໝາກຜົນການສົມທົບວຽກງານລະຫວ່າງລັດຖະບານ ແລະສະຫະພັນໃຫຍ່ແຮງງານຫວຽດນາມ ປີ 2022, ວາງໜ້າທີ່ຈຸດສຸມໃນການສົມທົບວຽກງານປີ 2023 ແລະໄລຍະຈະມາເຖິງ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ ຫງວຽນດິ່ງຄາງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເປັນປະທານກອງປະຊຸມ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫງວຽນດິ່ງຄາງ ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເປັນປະທານກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາສູງສະຫະພັນໃຫຍ່ແຮງງານຫວຽດນາມ ແລະລັດຖະບານໄດ້ເປັນເຈົ້າການສົມທົບກັນແກ້ໄຂບັນຫາຈຳເປັນກ່ຽວກັບວຽກເຮັດງານທຳ, ລາຍຮັບ, ເຮືອນຢູ່, ພື້ນຖານໂຄງລ່າງດ້ານວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ ແລະຊີວິດການເປັນຢູ່ຂອງກຳມະກອນຊາວຜູ້ອອກແຮງງານ; ປັບປຸງກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງຜູ້ອອກ ແຮງງານໃຫ້ສົມບູນແບບ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ຄະນະພັກ, ອໍານາດການປົກຄອງທຸກຂັ້ນສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ ແກ້ໄຂຄວາມຕ້ອງການ, ຄວາມປາດຖະໜາອັນຊອບທໍາຂອງຜູ້ອອກແຮງງານ ຢ່າງທັນການ...
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍສຸມກຳລັງ, ໃຫ້ບຸລິມະສິດແກ່ 3 ໜ້າທີ່ຈຸດສຸມ, ບຸກທະລຸ ລວມມີ: ທີໜຶ່ງແມ່ນເພີ່ມທະວີການສ້າງວຽກເຮັດງານທຳ, ແກ້ໄຂຄວາມຫຍຸ້ງຍາກເມື່ອຕະຫຼາດຖືກຮັດແຄບເຂົ້າ, ໃບສັ່ງຊື້ສິນຄ້າຖືກຫຼຸດລົງຍ້ອນຜົນກະທົບຈາກພາຍນອກ. ທີສອງແມ່ນສຸມໃສ່ ແກ້ໄຂບັນຫາເຮືອນຢູ່ ເພື່ອປະກອບສ່ວນຍົກສູງຊີວິດທາງດ້ານວັດຖຸໃຫ້ແກ່ກຳມະກອນ. ທີສາມແມ່ນຍູ້ແຮງການສ້າງລະບອບລະບຽບການດ້ານວັດທະນະທຳ, ກິລາ, ສາທາລະນະສຸກ, ການສຶກສາ, ປະກອບສ່ວນຍົກສູງຊີວິດທາງດ້ານຈິດໃຈ ແລະສຸຂະພາບໃຫ້ແກ່ຜູ້ອອກແຮງງານ...
ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະກໍາມະບານທຸກຂັ້ນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມເດີນທາງພ້ອມກັບລັດຖະບານ, ຮ່ວມແຮງຮ່ວມໃຈກໍ່ສ້າງກໍາມະບານຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ຊົນຊັ້ນກໍາມະກອນທັນສະໄໝ, ເຕີບໂຕເຂັ້ມແຂງ.
ໂດຍ: ທະນາພອນ