ມູນຄ່າໃໝ່ເພີ່ມຂຶ້ນທົບ 9,1 ເທົ່າເມື່ອທຽບໃສ່ຕົວເລກໃນຕາຕະລາງຈັດອັນດັບເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດໃນທົ່ວໂລກຂອງອົງການນີ້ໃນປີ 2016. ສະນັ້ນ, Viettel ສືບຕໍ່ເພີ່ມມູນຄ່າເຄື່ອງໝາຍການຄ້າໃນ 8 ປີຢ່າງລຽນຕິດ, ໃນສະພາບຂະແໜງໂທລະຄົມມະນາຄົມປະສົບຫຼາຍຄວາມຫຍຸ້ງຍາກ ແລະມູນຄ່າຂອງຫຼາຍເຄື່ອງໝາຍການຄ້າໂທລະຄົມມະນາຄົມໃຫຍ່ພວມຫຼຸດລົງ.

leftcenterrightdel
ພາບປະກອບຈາກ qdnd.vn.

ໂດຍແມ່ນເຄື່ອງໝາຍການຄ້າຫວຽດນາມ ແລະເຄື່ອງໝາຍການຄ້າໂທລະຄົມມະນາຄົມໜຶ່ງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ທີ່ມີໜ້າໃນຕາຕະລາງຈັດອັນດັບ Global 500 ຂອງ Brand Finance, Viettel ສືບຕໍ່ແມ່ນເຄື່ອງໝາຍການຄ້າໂທລະຄົມມະນາຄົມມີມູນຄ່າສູງສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ຖືກຈັດອັນດັບ 9 ຢູ່ອາຊີ ແລະອັນດັບທີ 17 ຢູ່ໃນໂລກ.

ໃນຈຳນວນ 500 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດໂລກປີ 2023, ພຽງແຕ່ມີ 30 ກຸ່ມບໍລິສັດໂທລະຄົມມະນາຄົມໃນທົ່ວໂລກນອນໃນຕາຕະລາງຈັດອັນດັບ, ກວມເອົາ 6,7%, ຫຼຸດລົງ 6 ເຄື່ອງໝາຍການຄ້າເມື່ອທຽບໃສ່ປີ 2022. ຕາຕະລາງຈັດອັນດັບປີນີ້ມີ 48 ເຄື່ອງໝາຍການຄ້າເຕັກໂນໂລຢີ, ຫຼຸດລົງ 2 ເຄື່ອງໝາຍການຄ້າເມື່ອທຽບໃສ່ປີ 2022. ຫຼາຍເຄື່ອງໝາຍການຄ້າທີ່ນໍາໜ້າໃນຫຼາຍປີຜ່ານມາໄດ້ຫຼຸດລົງກ່ຽວກັບມູນຄ່າເຄື່ອງໝາຍການຄ້າ.

ການເຕີບໂຕກ່ຽວກັບເຄື່ອງໝາຍການຄ້າຈາກຜົນການຜະລິດ, ດໍາເນີນທຸລະກິດເພີ່ມຂຶ້ນ 6,1% ໃນປີ 2022 ຂອງ Viettel. ໂທລະຄົມມະນາຄົມແມ່ນແຫຼ່ງລາຍຮັບຕົ້ນຕໍ, ແຕ່ຜົນງານລວມຂອງ Viettel ແມ່ນມີການປະກອບສ່ວນຢ່າງຮອບດ້ານໃນຂົງເຂດລົງທຶນຕ່າງປະເທດ, ເຕັກໂນໂລຢີຫັນປ່ຽນດີຈີຕອນ ແລະຜະລິດອຸດສາຫະກໍາເຕັກໂນໂລຢີສູງ. ປີ 2022, ຂົງເຂດມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ ແລະການບໍລິການດີຈີຕອນຂອງ Viettel ມີລະດັບເຕີບໂຕ 58%. ການລົງທຶນຕ່າງປະເທດເປັນຄັ້ງທໍາອິດບັນລຸລາຍຮັບ 3 ຕື້ໂດລາສະຫະລັດ. ຜົນງານໃນການຄົ້ນຄວ້າຜະລິດອຸດສາຫະກໍາເຕັກໂນໂລຢີສູງໄດ້ກາຍເປັນແກ່ນສານຂອງກຸ່ມອຸດສາຫະກໍາປ້ອງກັນຊາດຂອງຫວຽດນາມ.

ໂດຍ: ຈາງຫງວຽນ