ຫຼາຍທ້ອງຖິ່ນປຸກລະດົມບຸນເຕັດປູກຕົ້ນໄມ້
ກປ.ອອນໄລ - ວັນທີ 28 ມັງກອນ, ພ້ອມກັບບຸນເຕັດປູກຕົ້ນໄມ້ຈົດຈຳບຸນຄຸນປະທານ ໂຮ່ຈີມິນ ຕະຫຼອດໄປໂດຍທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ປຸກລະດົມຢູ່ເຂດປູຊະນີຍະສະຖານ K9 - ດາຈ່ອງ, ບາວີ, ຮ່າໂນ້ຍ, ຫຼາຍທ້ອງຖິ່ນໃນທົ່ວປະເທດກໍ່ປຸກລະດົມບຸນເຕັດປູກຕົ້ນໄມ້. ດ້ວຍການເຂົ້າຮ່ວມຂອງປະຊາຊົນເປັນຈໍານວນຫຼາຍ.
    |
 |
ບັນດາທ້ອງຖິ່ນຕອບສະໜອງ, ເຂົ້າຮ່ວມບຸນເຕັດປູກຕົ້ນໄມ້. ພາບ: baochinhphu.vn |
ທີ່ນະຄອນຮືງອຽນ, ແຂວງຮືງອຽນ, ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍທ່ານນາງ ບຸ່ງທິມິງຮວ່າຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ທ່ານ ຫງວຽນຮືວເຫງ້ຍ ເລຂາພັກແຂວງຮືງອຽນ ແລະພໍ່ແມ່ປະຊາຊົນໃນແຂວງເປັນຈໍານວນຫຼວງຫຼາຍເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້.
ກ່າວຄໍາເຫັນທີ່ພິທີ, ທ່ານ ຫວໍວັນເຖືອງ ຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປ້ອງກັນ, ຕ້ານໄພທໍາມະຊາດ, ຄວບຄຸມດິນຟ້າອາກາດ, ປັບປຸງສ່ິງແວດລ້ອມຊີວະພາບ.
ທີ່ຫາຍຝ່ອງ, ບຸນເຕັດປູກຕົ້ນໄມ້ໄດ້ປຸກລະດົມຢູ່ຫຼາຍເມືອງ, ຕາແສງ, ຄື: ເມືອງຫາຍອານ, ເມືອງກຽນອານ, ເມືອງທຸຍຫງວຽນ... ທີ່ແຂວງກວາງຈິ໊, ພາຍຫຼັງພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ຈົດຈຳບຸນຄຸນລຸງໂຮ່” ຢູ່ເຂດປູຊະນີຍະສະຖານ ເຕີນເຊີ, ເມືອງກາມໂລ້, ການນໍາແຂວງ ແລະປະຊາຊົນໄດ້ປູກຕົ້ນໄມ້ 200 ຕົ້ນ. ເນື່ອງໃນໂອກາດນີ້, ຫຼາຍທ້ອງຖິ່ນ, ກົມກອງຢູ່ບໍລິເວນແຂວງກວາງຈິ໊ ກໍ່ປຸກລະດົມບຸນເຕັດປູກຕົ້ນໄມ້.
ເນື່ອງໃນໂອກາດນີ້, ແຂວງເຮົ້າຢາງ ກໍ່ປຸກລະດົມການປູກຕົ້ນໄມ້ 600 ຕົ້ນ...
ໂດຍ: ໄຊນີດາ