ຈຸດປະສົງຂອງການຈັດຕັ້ງເຫດການ “ຫັນປ່ຽນດີຈີຕອນຂະແໜງທະນາຄານ” ແມ່ນເພື່ອຍູ້ແຮງການຜັນຂະຫຍາຍບັນດາມາດຕະການໝູນໃຊ້ເຕັກໂນໂລຢີ, ຜັັນຂະຫຍາຍໜ້າທີ່ແຜນການຫັນປ່ຽນດີຈີຕອນຂະແໜງທະນາຄານ, ປະກອບສ່ວນປະຕິບັດໂຄງການຫັນປ່ຽນດີຈີຕອນແຫ່ງຊາດ, ປະກອບສ່ວນແຜ່ຂະຫຍາຍຈິດໃຈ, ຫັນປ່ຽນຄວາມຮັບຮູ້ຂອງບັນດາອົງການຈັດຕັ້ງ, ບຸກຄົນພາຍໃນ ແລະນອກຂະແໜງທະນາຄານກ່ຽວກັບບົດບາດ, ຄວາມໝາຍ ແລະຜົນປະໂຫຍດຂອງການຫັນປ່ຽນດີຈີຕອນໃນການເຄື່ອນໄຫວທະນາຄານ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ເຫດການ. ພາບ: ຮຸຍເລ.

ໃນຂອບເຂດເຫດການໄດ້ດໍາເນີນບາງການເຄື່ອນໄຫວ, ຄື: ປະກາດ “ວັນຫັນປ່ຽນດີຈີຕອນ” ແຕ່ລະປີຂອງຂະແໜງທະນາຄານ ແລະສະເໜີຕົວຄະນະຊີ້ນໍາການຫັນປ່ຽນດີຈີຕອນຂະແໜງທະນາຄານ; ກອງປະຊຸມສໍາມະນາວິທະຍາສາດ “ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຫັນປ່ຽນດີຈີຕອນທະນາຄານ”; ງານວາງສະແດງບັນດາຜະລິດຕະພັນ, ການບໍລິການທີ່ພົ້ນເດັ່ນກ່ຽວກັບການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຫັນປ່ຽນດີຈີຕອນຂອງຂະແໜງທະນາຄານ...

ໂດຍ: ໄຊນີດາ