ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍ ແລະຄວາມຫຍຸ້ງຍາກຕໍ່ພື້ນຖານເສດຖະກິດ APEC ແລະທ່ານກໍ່ປາດຖະໜາວ່າ ກອງປະຊຸມຄັ້ງນີ້ຈະຊຸກຍູ້ການຮ່ວມມືໃນກຸ່ມວິສາຫະກິດພາກເອກະຊົນ APEC, ຟື້ນຟູການຜະລິດດຳເນີນທຸລະກິດ, ຊຸກຍູ້ການຄ້າ, ການລົງທຶນ ແລະເຊື່ອມຕໍ່ບັນດາລະບົບຕ່ອງໂສ້ການສະໜອງຄືນໃໝ່, ມຸ່ງໄປເຖິງການພັດທະນາປະດິດຄິດສ້າງ, ຍືນຍົງ ແລະກວມລວມໃນພາກພື້ນ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະບັນດາຜູ້ແທນທີ່ກອງປະຊຸມ ຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ໃຫ້ຮູ້ວ່າ: ທັດສະນະຂອງລັດຫວຽດນາມ ແມ່ນຍາມໃດກໍ່ສະໜັບສະໜູນ ແລະຊຸກຍູ້ການຜັນຂະຫຍາຍແຜນການ Aotearoa ກ່ຽວກັບວິໄສທັດ APEC 2040 ແລະເສີມຂະຫຍາຍຖະແຫຼງການຮ່ວມ APEC 2017 (ຫວຽດນາມ) ກ່ຽວກັບການ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ດ້ວຍການປະຕິບັດບັນດາການເຄື່ອນໄຫວຮ່ວມມືຢ່າງແຮງ ແລະມີປະສິດທິຜົນກ່ຽວກັບການຮັບມືກັບພະຍາດໂຄວິດ-19, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຫັນປ່ຽນດີຈີຕອນປະດິດຄິດສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະພັດທະນາແບບກວມລວມ… ຂ້າພະເຈົ້າ ຫວັງວ່າ ໃນກອງປະຊຸມຄັ້ງນີ້, ABAC ຈະຍົກອອກຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມ ແລະວິທີການແກ້ໄຂໃໝ່, ມີປະສິດທິຜົນ.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບຄະນະສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC ໂດຍທ່ານ Kriengkrai Thiennukul ປະທານ ABAC 2022 ນຳໜ້າ.

ໂດຍ: ທະນາພອນ