ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືມາດຕະການຈຸດສຸມ ເພື່ອຍູ້ແຮງວຽກງານດຶງດູດການລົງທຶນໃນໄລຍະຈະມາເຖິງ, ກໍ່ສ້າງນະຄອນພັດທະນາທີ່ສຸດຢູ່ຫວຽດນາມ ແລະຢູ່ອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ເວທີປາໄສການລົງທຶນດ່ານັ້ງ 2022. ພາບ: ເຢືອງຢາງ

ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນກັບວິສາຫະກິດ, ນັກລົງທຶນຕ່າງປະເທດ ທີ່ໄດ້ຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນໄລຍະ 2 ປີ ທີ່ປ້ອງກັນຕ້ານພະຍາດໂຄວິດ-19 ຜ່ານມາ, ພ້ອມທັງຢືນຢັນວ່າ ບັນດາບັນຫາທົ່ວໂລກຄວນມີວິທີການເຂົ້າເຖິງທົ່ວໂລກ, ເຊີດຊູການຮ່ວມມືກັບສາກົນ ແລະລັດທິຫຼາຍຝ່າຍ. ທ່ານ ຟ້າມມິງຈິ໊ງ ກໍ່ຍົກອອກບາງຂົງເຂດ ເຊິ່ງຫວຽດນາມ  ແລະນະຄອນດ່ານັ້ງ ພວມໃຫ້ບຸລິມະສິດ, ດຶງດູດການລົງທຶນ, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ໂຄງລ່າງຫັນປ່ຽນດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານສີຂຽວ, ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ໂຄງລ່າງອຸດສາຫະກໍາ, ໂຄງລ່າງຕົວເມືອງ ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະການນໍານະຄອນດ່ານັ້ງ ມອບໃບຢັ້ງຢືນໃຫ້ວິສາຫະກິດ, ອົງການຈັດຕັ້ງ ທີ່ມີການປະກອບສ່ວນຕັ້ງໜ້າເຂົ້າໃນການສົ່ງເສີມການລົງທຶນຂອງນະຄອນ. ພາບ: qdnd.vn.

ໃນຂອບເຂດຂອງເວທີປາໄສ, ນະຄອນດ່ານັ້ງ ໄດ້ປະກາດຂໍ້ມູນກ່ຽວກັບການດັດປັບວາງແຜນຜັງລວມນະຄອນດ່ານັ້ງ ຮອດປີ 2030, ວິໄສທັດຮອດປີ 2045. ພ້ອມທັງມອບຂໍ້ຕົກລົງແຜນນະໂຍບາຍລົງທຶນ, ໃບຢັ້ງຢືນຈົດທະບຽນລົງທຶນໃຫ້ແກ່ 19 ໂຄງການ ດ້ວຍເງິນລົງທຶນທັງໝົດ 508 ລ້ານໂດລາສະຫະລັດ ແລະປະກາດ, ລົງນາມບົດບັນທຶກຊ່ວຍຈໍາກ່ຽວກັບການຄົ້ນຄວ້າ, ສໍາຫຼວດ, ຮ່ວມມືລົງທຶນ 9 ໂຄງການ ດ້ວຍເງິນລົງທຶນຈົດທະບຽນທັງໝົດ ແມ່ນ  5,2 ຕື້ໂດລາສະຫະລັດ.

ໂດຍ: ທູຈາງ