ວັນທີ 16 ສິງຫາ 2004, ກົມການເມືອງປະກາດໃຊ້ມະຕິສະບັບເລກທີ 39-NQ/TW ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທິດເໜືອພາກກາງ ແລະແຄມທະເລພາກກາງຮອດປີ 2010. ອະນຸພາກພື້ນທິດໃຕ້ພາກກາງ (ຝູອຽນ, ແຄ໊ງຮວ່າ, ນິງທ້ວນ, ບິ່ງທ້ວນ) ມີເນື້ອທີ່ປະມານ 21.523,4km2; ມີພົນລະເມືອງປະມານ 3,95 ລ້ານຄົນ, ກວມເກືອບ 4% ພົນລະເມືອງທົ່ວປະເທດ, ຄວາມໜາແໜ້ນພົນລະເມືອງປະມານ 186ຄົນ/km2.

ອະນຸພາກພື້ນມີຄວາມໝາຍຍຸດທະສາດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ວຍໝູ່ເກາະເຈື່ອງຊາ ແລະໄຫຼ່ທະວີບທີ່ກວ້າງໃຫຍ່; ມີຫຼາຍປາກແມ່ນໍ້າ, ອ່າວທີ່ສະດວກສຳລັບການພັດທະນາເສດຖະກິດທະເລ, ການທ່ອງທ່ອງ, ຂົນສົ່ງດ້ວຍພື້ນຖານໂຄງລ່າງຄົມມະນາຄົມທີ່ສະດວກ, ມີເງື່ອນໄຂພັດທະນາບັນດາເຂດເສດຖະກິດທະເລ, ຄື: ວັນຝອງ, ຝູອຽນໃຕ້... ຕິດພັນກັບການພັດທະນາຫຼາຍຮູບການອຸດສາຫະກໍາ, ອາຊີບຫາປາ ແລະກະສິກໍາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ປຶກສາຫາລື, ສະເໜີຫຼາຍມາຕຕະການເຊື່ອມຕໍ່ພັດທະນາອະນຸພາກພື້ນທິດໃຕ້ພາກກາງໃນໄລຍະຈະມາເຖິງ, ສອດຄ່ອງກັບສະພາບພັດທະນາບັນດາທ້ອງຖິ່ນໃນອະນຸພາກພື້ນ ກໍ່ຄືບັນດາກົນໄກ, ນະໂຍບາຍແນໃສ່ແກ້ໄຂ ແລະເພີ່ມເຕີມ ຊັບພະຍາກອນເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມອະນຸພາກທິດໃຕ້ພາກກາງເວົ້າສະເພາະ, ເຂດທິດເໜືອພາກກາງ ແລະເຂດແຄມທະເລພາກກາງເວົ້າລວມ.

ໂດຍ: ໄຊນີດາ