ນີ້ແມ່ນຂໍ້ລິເລີ່ມຂອງໂຄງການ Aus4Innovation-ໂຄງການໜູນຊ່ວຍໂດຍກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ອຸປະຖໍາ ແລະໄດ້ຮັບການຄຸ້ມຄອງຈາກອົງການວິທະຍາສາດແຫ່ງຊາດຂອງອົດສະຕາລີ CSIRO ກັບຄູ່ຮ່ວມມືຍຸດທະສາດແມ່ນກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ.

leftcenterrightdel
ພາບປະກອບຈາກ: ເລຈາງ.

ທ່ານ Kim Wimbush ຫົວໜ້າໂຄງການ Aus4Innovation ໃຫ້ຮູ້ວ່າ ບັນດາມາດຕະການແມ່ນອີງໃສ່ວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດຄິດສ້າງຈະໜູນຊ່ວຍລັດຖະບານຫວຽດນາມ ບັນລຸເປົ້າໝາຍຕ່າງໆກ່ຽວກັບການແກ້ໄຂຂີ້ເຫຍື້ອພຣາດສະຕິກ ກໍ່ຄືສ້າງພື້ນຖານເສດຖະກິດໝູນວຽນ. ທ່ານ Wimbush ເນັ້ນໜັກວ່າ “ຫຼຸດຜ່ອນຂີ້ເຫຍື້ອພຣາດສະຕິກຈະນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ ແລະສິ່ງແວດລ້ອມ. ເລື່ອງເປີດກວ້າງການຮ່ວມມືລະດັບພາກພື້ນກໍ່ຈະຊ່ວຍຊອກຫາບັນດາວິທີການເຂົ້າເຖິງໃໝ່ໃນການຫຼຸດຜ່ອນຂີ້ເຫຍື້ອພຣາດສະຕິກ ແລະໜູນຊ່ວຍການໃຫ້ຄໍາໝັ້ນສັນຍາຂອງຫວຽດນາມ ກ່ຽວກັບການຫຼຸດຜ່ອນ 75% ປະລິມານຂີ້ເຫຍື້ອພຣາດສະຕິກທີ່ປ່ອຍອອກທະເລໃນປີ 2030”.

ໂດຍ: ເກື່ອງດັ້ງ