ບັນດາລາງວັນເຕັກໂນໂລຢີດີຈີຕອນທີ່ດີເດັ່ນໃນປີນີ້ ຈະແບ່ງເປັນ 4 ປະເພດ, ຄື: ຜະລິດຕະພັນດີຈີຕອນດີເດັ່ນໃຫ້ແກ່ລັດຖະບານດີຈີຕອນ, ຜະລິດຕະພັນດີຈີຕອນທີ່ດີເດັ່ນສໍາລັບເສດຖະກິດດີຈີຕອນ, ຜະລິດຕະພັນດີຈີຕອນດີເດັ່ນສໍາລັບສັງຄົມດີຈີຕອນ ແລະຜະລິດຕະພັນດີຈີຕອນທີ່ມີທ່າແຮງບົ່ມຊ້ອນ.     ສະເພາະລາງວັນຜະລິດຕະພັນດີຈີຕອນທີ່ມີທ່າແຮງບົ່ມຊ້ອນພຽງແຕ່ມອບໃຫ້ບັນດາອົງການພາລະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ ຫຼື ວິສາຫະກິດເລີ່ມທຸລະກິດປະດິດສ້າງເທົ່ານັ້ນ. ແຕ່ລະປະເພດລາງວັນຈະມີລາງວັນຄຳ, ເງິນ, ທອງ ແລະທອັບ 10 ຜະລິດຕະພັນດີເດັ່ນ.

leftcenterrightdel
ບັນຍາກາດທີ່ພິທີປຸກລະດົມ. ພາບ: baochinhphu.vn

ທ່ານ ຟ້າມດຶກລອງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ, ຮອງຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ໃຫ້ຮູ້ວ່າ: ລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam” ປີນີ້ຈະເຊີດຊູບັນດາຜະລິດຕະພັນເຕັກໂນໂລຢີດີຈີຕອນດີເດັ່ນທີ່ມີຜົນກະທົບຢ່າງໃຫຍ່ຫຼວງເຖິງປະຊາຊົນ ແລະວິສາຫະກິດໃນການເຂົ້າເຖິງດີຈີຕອນ, ປະກອບສ່ວນຊຸກຍູ້ການພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນຂອງຫວຽດນາມ.

ໂດຍ: ທະນາພອນ