Viettel ແມ່ນໜຶ່ງໃນຈໍານວນ 4 ຄູ່ຮ່ວມມືທົ່ວໂລກ ເຊິ່ງ Qualcomm ເລືອກເຟັ້ນເຂົ້າຮ່ວມວິວັດການພັດທະນາ ແລະນໍາໃຊ້ chipset 5G  ໃໝ່. ການສົມທົບກັນລະຫວ່າງບົດຮຽນຂອງ Viettel ໃນຂົງເຂດຄົ້ນຄວ້າອຸປະກອນໂຄງລ່າງໂທລະຄົມ ກັບຄວາມສາມາດດີເລີດຂອງ Qualcomm ໃນ CPU 5G ໃຊ້ສະເພາະ (5G ASIC) ຈະປະກອບສ່ວນຊຸກຍູ້ລະບົບນິເວດມືຖື ພັດທະນາອີກບາດກ້າວໜຶ່ງ ແລະສ້າງເປັນວົງຈອນປະດິດສ້າງໃໝ່.

leftcenterrightdel
Viettel ແມ່ນໜຶ່ງໃນ 4 ຄູ່ຮ່ວມມືທົ່ວໂລກທີ່ເຂົ້າຮ່ວມໃນວິວັດການພັດທະນາ ແລະນໍາໃຊ້ chipset 5G ລຸ້ນໃໝ່ຂອງ Qualcomm. ພາບ: ເຈິ່ນທໍ້.

ຕາມທ່ານ ຫງວຽນຫວູຮ່າ, ຜູ້ອໍານວຍການ VHT ແລ້ວ, Viettel ຍາມໃດກໍສວມບົດບາດນໍາໜ້າໃນການພັດທະນາເຕັກໂນໂລຢີໂທລະຄົມໃໝ່ ໃນນັ້ນມີ 5G “ການສົມທົບລະຫວ່າງ Viettel ແລະ Qualcomm ໃນໂຄງການນີ້ຈະເປັນຂີດໝາຍສໍາຄັນໃນຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາໂຄງລ່າງ5G Made in Vietnam”.

“ດ້ວຍຖານະເປັນບໍລິສັດນໍາໜ້າໃນຂົງເຂດ 5G, Qualcomm Technologies ເອກອ້າງທະນົງໃຈ ເມື່ອຮ່ວມມືພ້ອມກັບ Viettel ພັດທະນາບັນດາມາດຕະການ Open RAN ເພື່ອເປັນປະຖົມປັດໄຈໃຫ້ແກ່ເຄືອຂ່າຍມືຖືລຸ້ນໃໝ່ຢູ່ຫວຽດນາມ”, ທ່ານ Durga Malladi ຮອງປະທານຂັ້ນສູງ ແລະຜູ້ອໍານວຍການໃຫຍ່ຮັບຜິດຊອບ 5G ຂອງ Qualcomm ແບ່ງປັນ ແລະໃຫ້ຮູ້ຕື່ມອີກວ່າ: “ການຮ່ວມມືນີ້ສະແດງໃຫ້ເຫັນປະສິດທິພາບສູງ, ຄວາມສາມາດປະຢັດພະລັງງານ, ລັກສະນະໄຫວພິບ ກໍຄືຄວາມສາມາດທະວີຄູນຈາກມາດຕະການ ORAN ຂອງ Qualcomm ແລະມາດຕະການນັ້ນຈະສວມບົດບາດຫຼັກແຫຼ່ງໃນການຍົກສູງຄວາມໄວຂອງບໍລິການ ກໍຄືການສ້າງເປັນແອັບພຼີເຄຊັນ 5G ລຸ້ນໃໝ່”. 

ໂດຍ: ກວຽດເຕິມ