leftcenterrightdel
ພາບປະກອບຄັດຈາກ: kpl.gov.la

ຫວ່າງແລ້ວ​ນີ້, ທ່ານ Francois Painchaud, ຜູ້ຕາງໜ້າ​ກອງ​ທຶນ​ເງິນຕາສາກົນ (IMF) ປະຈຳຫວຽດນາມ ລາຍ​ງານຕົວ​ເລກຄາດ​ການລວມຍອດ​ຜະລິດ​ຕະພັນ ​ພາຍ​ໃນ​ປະ​ເທດ (GDP) ຂອງຫວຽດນາມ ຈະ​ຂະຫຍາຍຕົວ 6% ​ໃນ​ປີ​ນີ້ ພາຍຫຼັງ​ຈັດ​ກອງ​ປະຊຸມ ວ່າ​ດ້ວຍ​ ການ​ຄາດ​ການ​ເສດຖະກິດຫວຽດນາມ ​ປີ 2022-2023 ລະບຸ​ວ່າ ອັດຕາ​ເງິນ​ເຟີ້ຂອງ​ຫວຽດນາມ​ ປີ​ນີ້ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ແຕ່​ຍັງ​ຕ່ຳ​ກວ່າ​ເພດານ ທີ່​ກຳນົດ​ໂດຍ​ທະນາຄານແຫ່ງ​ລັດຫວຽດນາມ (SBV) ຫຼື ທະນາຄານ​ກາງລະດັບ 4%. ຂະນະ​ທີ່ ຫວຽດນາມ ​ໄດ້​ອອກ​ນະ​ໂຍບາຍການ​ເງິນ ​ແລະເສດຖະກິດມະຫາ​ພາກ ​ເພື່ອ​ສະໜັບສະໜູນຄົວ​ເຮືອນ ​ແລະທຸລະ​ກິດທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ໂຄ​ວິດ-19 ​ແຕ່​ການ​ຟື້ນ​ໂຕຍັງ​ບໍ່​ສົມ​ດຸນ ​ເພາະ​ອາ​ໄສ​ແຮງ​ຂັບ​ເຄື່ອນ​ຫຼັກຈາກ​ພາກ​ການ​ຜະລິດ, ການ​ແປ​ຮູບ ​ແລະການ​ສົ່ງ​ອອກ ນັບ​ແຕ່​ມີ​ການ​ຜ່ອນຜັນຂໍ້​ຈຳກັດ​ດ້ານ​ໂລກລະບາດຄັ້ງ​ໃຫຍ່. ຂະນະ​ທີ່ສຳນັກງານ​ສະຖິຕິແຫ່ງ​ຊາດຫວຽດນາມ ລະບຸ​ວ່າ:  ຈີ​ດີ​ພີ ຂອງ​ຫວຽດນາມ ​ໃນ​ປີ​ກາຍ​ນີ້ ຂະຫຍາຍຕົວ 2,58% ​ແລະ 5,03% ​ໃນ​ໄຕ​ມາດ ​ທຳ​ອິດ ​ປີ​ນີ້.

ໂດຍ: ຂປລ