ສະຫຼຸບກອງປະຊຸມ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ປີ 2021 ຜ່ານມາເປັນປີທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ບໍ່ເຄີຍເຫັນມີມາກ່ອນ, ໄດ້ສ້າງຂີດໝາຍພິເສດ, ໂດຍສະເພາະແມ່ນທົ່ວຂະແໜງການແພດ. ທີ່ກອງປະຊຸມລັດຖະບານກັບທ້ອງຖິ່ນຜ່ານມາ, ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ພາຍຫຼັງໜຶ່ງປີທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເມື່ອທົບທວນຄືນແລ້ວ ພວກເຮົາບັນລຸໄດ້ໝາກຜົນສຳຄັນ, ຮອບດ້ານໃນຫຼາຍຂົງເຂດ. ໃນຜົນງານ, ໝາກຜົນລວມ, ມີການປະກອບສ່ວນສຳຄັນທີ່ສຸດດ້ວຍຄວາມມານະພະຍາຍາມຫຼາຍທີ່ສຸດຂອງຂະແໜງການແພດ. ຕາງໜ້າການນຳພັກ, ລັດ, ນາຍົກລັດຖະມົນຕີ ຮັບຮູ້, ຕີລາຄາສູງຜົນງານຂອງຂະແໜງສາທາລະນະສຸກບັນລຸໄດ້ໃນປີ 2021. ນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງບົດຮຽນອັນລ້ໍາຄ່າທີ່ຖອດຖອນມາໄດ້ໃນໄລຍະຜ່ານມາ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປຸກລະດົມຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃນລະດູບານໃໝ່ 2022. ພາບ: ສຳນັກຂ່າວສານຫວຽດນາມ.

ສຳລັບໜ້າທີ່ຂອງຂະແໜງການແພດໃນປີ 2022 ແລະໃນໄລຍະຈະມາເຖິງ, ໂດຍເຫັນດີຕໍ່ກັບເປົ້າໝາຍ, ໜ້າທີ່ ແລະມາດຕະການຂອງກະຊວງສາທາລະນະສຸກ, ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງສືບຕໍ່ຖືສຸຂະພາບ, ຊີວິດຂອງປະຊາຊົນເປັນສຳຄັນທີ່ສຸດ. ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕິດຕາມມະຕິຂອງສູນກາງ, ສະພາແຫ່ງຊາດ, ລັດຖະບານ, ໃນນັ້ນມີມະຕິສະບັບເລກທີ 01/NQ-CP ເພື່ອຫັນເປັນມາດຕະການ, ນະໂຍບາຍ, ໂຄງການດຳເນີນງານທີ່ເໝາະສົມ, ຈັດຕັ້ງຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ; ພ້ອມທັງ, ອີງໃສ່ສະພາບການຕົວຈິງເພື່ອຊີ້ນຳ, ບໍລິຫານຢ່າງເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງ, ຂ້ຽວຂາດ, ຖືກທິດ, ມີຈຸດສຸມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບໃຊ້ປະຊາຊົນໃຫ້ດີທີ່ສຸດ.

ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ແລະບັນດາທ້ອງຖິ່ນ ຕ້ອງປະຕິບັດການຍົກສູງຄວາມສາມາດດ້ານການແພດປ້ອງກັນ, ການແພດຂັ້ນຮາກຖານຢ່າງຮີບດ່ວນ; ມາດຕະການປ້ອງກັນ, ຕ້ານໂລກລະບາດຕ້ອງໄດ້ປະຕິບັດຢ່າງເປັນເອກະພາບໃນທົ່ວປະເທດ.

ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ ໄດ້ປຸກລະດົມຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃນລະດູບານໃໝ່ 2022 ໂດຍໄວເພື່ອບັນລຸໄດ້ເປົ້າໝາຍວາງອອກ.

ໂດຍ: ແສງເດືອນ