leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ນັກຊ່ຽວຊານດ້ານເສດຖະກິດ Tim Leelahaphan ຂອງທະນາຄານ Standard Chartered ໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ສືບຕໍ່ຟື້ນຟູໃນປີ 2022 ເມື່ອພະຍາດໂຄວິດ-19 ໄດ້ຮັບການຍູ້ຖອຍ, ພ້ອມທັງຍົກອອກບາງປັດໄຈຕັ້ັງໜ້າຂອງເສດຖະກິດຫວຽດນາມ ຄື: ໃນຊຸມປີມໍ່ໆມານີ້, ການເຕີບໂຕທາງດ້ານລາຍຮັບ ໄດ້ລື່ນກາຍລະດັບການໃຊ້ຈ່າຍຫຼາຍ. ຄຽງຂ້າງນັ້ນ,  ເວັບໄຊ fibre2fashion.com ກໍ່ຄັດສະເໜີບົດລາຍງານຂອງທະນາຄານ HSBC ໂດຍຕີລາຄາວ່າພາຍຫຼັງ 2 ປີທີ່ເຕີບໂຕຊັກຊ້າ, ເສດຖະກິດຫວຽດນາມ ຈະຟື້ນຟູ ແລະຄາດຄະເນວ່າຈະບັນລຸລະດັບເຕີບໂຕ 6,5% ໃນປີ 2022. ທະນາຄານ HSBC ກໍ່ໃສ່ໃຈວ່າສິ່ງກີດຂວາງໃຫຍ່ທີ່ສຸດ ເຊິ່ງ ຫວຽດນາມ ຄວນເອົາໃຈໃສ່ໃນປັດຈຸບັນ ແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມເກີດຂຶ້ນ, ແຕ່ວ່າດ້ວຍອັດຕາການສັກວັກຊິນຢູ່ໃນລະດັບສູງຈະຊ່ວຍໃຫ້ຫວຽດນາມ ຫຼີກລ້ຽງການນໍາໃຊ້ບັນດາມາດຕະການເວັ້ນໄລຍະຫ່າງໃນສັງຄົມ ຄືນໃໝ່.

ໂດຍ: ທູຈາງ