ນີ້ແມ່ນ ຄັ້ງທີ 9 ທີ່ສູນກາງສະມາຄົມຊາວກະສິກອນຫວຽດນາມ ຈັດພິທີເຊີດຊູ ແລະມອບນາມມະຍົດ “ຊາວກະສິກອນຫວຽດນາມ ດີເດັ່ນ”. ເຂົ້າຮ່ວມພິທີມີທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ; ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ...

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ມອບນາມມະຍົດໃຫ້ແກ່ຊາວກະສິກອນດີເດັ່ນ ປີ 2021 ຈຳນວນ 63 ຄົນ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ຕາງໜ້າການນຳພັກ, ລັດ, ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ: ຍາມໃດພັກ, ລັດ ກໍ່ກຳນົດກະສິກຳ, ຊາວກະສິກອນ, ຊົນນະບົດ ມີທີ່ຕັ້ງຍຸດທະສາດໃນພາລະກິດຫັນເປັນອຸດສາຫະກຳ ແລະທັນສະໄໝ, ສ້າງສາ ແລະປົກປັກຮັກສາປະເທດຊາດ. ແມ່ນພື້ນຖານສຳຄັນເພື່ອພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ປົກປັກຮັກສາສິ່ງແວດລ້ອມຂອງປະເທດ. ເພາະສະນັ້ນ, ການລົງທຶນພັດທະນາກະສິກຳ, ຊາວກະສິກອນ, ຊົນນະບົດຢ່າງຮອບດ້ານ, ຍືນຍົງແມ່ນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະທົ່ວສັງຄົມ.

ທ່ານ ໂດ໊ວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍ່ສະເໜີສະມາຄົມຊາວກະສິກອນຫວຽດນາມ ທຸກຂັ້ນສືບຕໍ່ຄົ້ນຄວ້າ, ຊາບຊຶມແຜນນະໂຍບາຍ, ທັດສະນະຂອງພັກກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຢ່າງເລິກເຊິ່ງ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

ໂດຍ: ແສງເດືອນ