ສ້າງນະຄອນອັດສະລິຍະ ແລະຍືນຍົງແມ່ນທ່າອ່ຽງທີ່ຈໍາເປັນ
ກປ.ອອນໄລ - ເວທີປາໄສນະຄອນອັດສະລິຍະ ແລະຍືນຍົງຈະດໍາເນີນໃນວັນທີ 24 ພະຈິກ ຜ່ານລະບົບທາງໄກ.
ເຫດການໂດຍມະຫາວິທະຍາໄລ RMIT (ອົດສະຕາລີ) ສົມທົບກັບສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ (CIEM) ແລະສູນໜູນຊ່ວຍ ແລະໃຫ້ຄໍາປຶກສາການຫັນປ່ຽນດີຈີຕອນນະຄອນໂຮ່ຈີມິນ (DXCenter) ຈັດຕັ້ງດ້ວຍການເຂົ້າຮ່ວມຂອງນັກບັນລະຍາຍທີ່ມາຈາກອົງການຂຶ້ນກັບພາກລັດ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ. ນະຄອນອັດສະລິຍະ ແລະຍືນຍົງແມ່ນນະຄອນທີ່ປ່ຽນໃໝ່ປະດິດຄິດສ້າງ, ເປັນສະຖານທີ່ນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານ ແລະບັນດາພາຫະນະອື່ນເພື່ອນຳໃຊ້ເຂົ້າໃນການຍົກສູງຄຸນນະພາບຂອງການດໍາລົງຊີວິດ, ລັກສະນະປະສິດທິຜົນຂອງການບໍລິຫານຕົວເມືອງ ແລະການບໍລິການກໍ່ຄືລັກສະນະແກ່ງແຍ້ງ, ແຕ່ຍັງຮັກສາການຕອບສະໜອງຄວາມຕ້ອງການທາງດ້ານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມຂອງບັນດາຮຸ່ນຄົນໃນປະຈຸບັນ ແລະໃນອະນາຄົດ.
    |
 |
ໂຄງການກໍ່ສ້າງນະຄອນອັດສະລິຍະຢູ່ຮ່າໂນ້ຍ (ຕາແສງຫາຍໂບ໊ຍ, ວິງງອກ ແລະກິມໂນ້, ເມືອງດົງແອງ) ໂດຍກຸ່ມບໍລິສັດ BRG ເປັນເຈົ້າຂອງໂຄງການ. ພາບ: ຫວຽດແອງ. |
ບົນຈິດໃຈດັ່ງກ່າວ, ບັນດານັກບັນລະຍາຍຈະແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການພົວພັນຢູ່ຮ່ວມກັນລະຫວ່າງນະຄອນອັດສະລິຍະ ແລະລັກສະນະຍືນຍົງກໍ່ຄືອະທິບາຍວ່າ ຍ້ອນຫຍັງນີ້ຈຶ່ງເປັນທິດກ້າວເດີນໜຶ່ງດຽວໃຫ້ບັນດານະຄອນຫວຽດນາມ ໃນອະນາຄົດ. ກໍ່ໃນຂອບເຂດໂຄງການ, ມະຫາວິທະຍາໄລ RMIT ຈະປະກາດບົດລາຍງານໃໝ່ສຸດໂດຍມີຊື່ວ່າ “ການຫັນປ່ຽນດີຈີຕອນຢູ່ຫວຽດນາມ: ສໍາຫຼວດວິສາຫະກິດຂະໜາດນ້ອຍ ແລະກາງ, ວິສາຫະກິດລັດ”.
ຢູ່ຫວຽດນາມ, ບັນດາສູນຢູ່ຕົວເມືອງພວມເປີດກວ້າງຢ່າງໄວວາໃນໄລຍະຜ່ານມາ. ຕາມໝາກຜົນຂອງການສໍາຫຼວດຈຳນວນປະຊາກອນໃນມໍ່ໆມານີ້, ສອງນະຄອນໃຫຍ່ສຸດຫວຽດນາມ ແມ່ນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ຕາມລຳດັບມີປະມານ 8 ລ້ານ ແລະ 9 ລ້ານຄົນ. ໃນໄລຍະຈະມາເຖິງ, ຈຳນວນປະຊາກອນທີ່ໄດ້ຮັບການຄາດຄະເນຈະສືບຕໍ່ເພີ່ມຂຶ້ນຢູ່ບັນດາຕົວເມືອງໃຫຍ່. ຍິ່ງກວ່ານັ້ນ, 2/3 ບັນດາແຂວງ, ນະຄອນຢູ່ຫວຽດນາມ ກໍ່ພວມເລີ່ມສ້າງຕົວເມືອງອັດສະລິຍະ.
ໂດຍ: ຈາງຫງວຽນ