ທ່ານ Gilberto Pichetto Fratin ຢັ້ງຢືນສະໜັບສະໜູນ ແລະຈະຍູ້ແຮງເພື່ອໃຫ້ສະພາແຫ່ງຊາດອີຕາລີ ອະນຸມັດຜ່ານສັນຍາປົກປ້ອງການລົງທຶນລະຫວ່າງອີຢູ ແລະຫວຽດນາມ (EVIPA) ໂດຍໄວ ເພື່ອຜົນປະໂຫຍດຂອງສອງປະເທດ, ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວຄືນໃໝ່ ແລະຈະມີຊາວຫວຽດນາມ ຫຼາຍຄົນໄປທ່ອງທ່ຽວອີຕາລີ ກວ່າອີກ, ເຫັນດີເປັນເອກະພາບຈະສົມທົບກັນເພື່ອຈັດຕັ້ງຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ ຄັ້ງທີ 8, ທ່ານ Gilberto Pichetto Fratin ກໍ່ເນັ້ນໜັກເຖິງຄວາມເອົາໃຈໃສ່ນັບມື້ນັບເພີ່ມຂຶ້ນຂອງວິສາຫະກິດອີຕາລີ ທີ່ສະຫງວນໃຫ້ຫວຽດນາມ.

leftcenterrightdel
ທ່ານ Gilberto Pichetto Fratin ຮອງລັດຖະມົນຕີພັດທະນາເສດຖະກິດອີຕາລີ ຢ້ຽມຢາມ ແລະເຮັດວຽກກັບສະຖານທູດຫວຽດນາມ ປະຈໍາ ອີຕາລີ. ພາບ: baoquocte.

ໃນການຕ້ອນຮັບ, ທ່ານນາງ ຫງວຽນທິບິກເຫວ້ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຕາລີ ຫວັງວ່າ ສະພາແຫ່ງຊາດອີຕາລີ ຈະອະນຸມັດຜ່ານສັນຍາປົກປ້ອງການລົງທຶນ EVIPA ໂດຍໄວເພື່ອຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ທ່ານນາງເອກອັກຄະລັດຖະທູດ ກໍ່ຕີລາຄາສູງຄໍາໝັ້ນສັນຍາຂອງອີຕາລີ ໃນຖານະເປັນສະມາຊິກກຸ່ມ 7 ປະເທດອຸດສາຫະກໍາພັດທະນາ (G7), ປະເທດເຈົ້າພາບກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນບັນດາບັນຫາທົ່ວໂລກ ຄື: ສາທາລະນະສຸກ, ການປ່ຽນແປງຂອງດິນຟ້າອາກາດ ແລະສະແດງຄວາມເອົາໃຈໃສ່ຂອງຫວຽດນາມ ທີ່ມີຕໍ່ວິວັດການຟື້ນຟູ ແລະຫັນປ່ຽນເສດຖະກິດ, ຖືນີ້ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍເພີ່ມທະວີຄຸນນະພາບການພົວພັນ.

ໂດຍ: ໄຊນີດາ