leftcenterrightdel
ມອບຂອງຂວັນບຸນໄຫວ້ພະຈັນໃຫ້ພວກນ້ອງທີ່ປະສົບຄວາມຫຍຸ້ງຍາກ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນແຈ້ງການ, ທ່ານນາງ Rana Flowers ຢັ້ງຢືນວ່າ ອົງການ ຢູນີເຊັບ ພ້ອມກັບລັດຖະບານ, ປະຊາຊົນຫວຽດນາມ ສະແດງຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ແລະຫວັງວ່າ ຈະໄດ້ຮັບການໜູນຊ່ວຍຫຼາຍທີ່ສຸດໃຫ້ແກ່ເດັກກໍາພ້າກວ່າ 1.500 ຄົນຢູ່ນະຄອນໂຮ່ຈີມິນ ທີ່ພໍ່ແມ່ເສຍຊີວິດຍ້ອນໂຄວິດ-19. ຈໍານວນຕົວເລກນີ້ຄາດວ່າ ຈະຫຼາຍກວ່າເມື່ອໄດ້ຮັບຂໍ້ມູນຈາກບັນດາແຂວງ, ນະຄອນອື່ນຕື່ມອີກ.

ທ່ານນາງ Rana Flowers ແບ່ງປັນວ່າ: “ນໍ້າໃຈສັດທາ ແລະຄວາມຕ້ອງການໄດ້ຮັບຄວາມຊ່ວຍເຫຼືອຂອງພວກນ້ອງຈາກບຸກຄົນ ແລະວິສາຫະກິດນັ້ນ ແມ່ນເປັນໜ້າເຄົາລົບ ແລະຍ້ອງຍໍຊົມເຊີຍ. ເຖິງຢ່າງໃດກໍຕາມ, ອົງການ ຢູນີເຊັບ ຮຽກຮ້ອງໃຫ້ມີຄວາມລະມັດລະວັງໃນການຄັດເລືອກເພື່ອຮັບປະກັນມາດຕະການທີ່ຍົກອອກມາໃນຈຸດເວລາທີ່ເຄັ່ງຕຶງ ແລະເຕັມໄປດ້ວຍສິ່ງທ້າທາຍນີ້ ເພື່ອຜົນປະໂຫຍດດີທີ່ສຸດຂອງເດັກນ້ອຍ, ໄດ້ສ້າງຂຶ້ນເພື່ອຮັກສາການເຊື່ອມຕໍ່ລະຫວ່າງເດັກນ້ອຍກັບວົງຄະນາຍາດຊຸມຊົນ, ເພື່ອໃຫ້ເດັກນ້ອຍໄດ້ຮັບການລ້ຽງດູໃນສະພາບແວດລ້ອມຄອບຄົວ - ບ່ອນທີ່ພວກນ້ອງສາມາດພັດທະນາຢ່າງຄົບຖ້ວນທີ່ສຸດ”.

ໂດຍ: ໄຊຊະນະ