ນັກລົງທຶນຕ່າງປະເທດສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈຕໍ່ກັບເສດຖະກິດຫວຽດນາມ
ກປ.ອອນໄລ - ນີ້ແມ່ນຂໍ້ສັງເກດຂອງທະນາຄານໂລກ (WB) ຜ່ານຂໍ້ມູນການລົງທຶນໂດຍກົງຈາກຕ່າງປະເທດໃນ 8 ເດືອນປີ 2021. ບົດລາຍງານອັບເດດເສດຖະກິດມະຫາພາກຂອງທະນາຄານໂລກ (WB) ທີ່ປະກາດໃນວັນທີ 15 ກັນຍາ ໃຫ້ຮູ້ວ່າ ໃນ 8 ເດືອນຕົ້ນປີ 2021, ລວມຍອດທຶນ FDI ລົງທະບຽນເຂົ້າຫວຽດນາມ ບັນລຸ 14 ຕື້ໂດລາສະຫະລັດ, ຕໍ່າກວ່າພຽງແຕ່ 2% ເທົ່ານັ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນຂະນະນັ້ນທຶນ FDI ທີ່ປະຕິບັດບັນລຸໄດ້ 11,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ສະເພາະແຕ່ເດືອນ ສິງຫາ 2021, ເຊິ່ງເປັນເວລາທີ່ພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ, ແຕ່ຫວຽດນາມ ຍັງດຶງດູດທຶນ FDI ລົງທະບຽນໄດ້ 2,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 65% ເມື່ອທຽບໃສ່ເດືອນ ກໍລະກົດ. ລະດັບເພີ່ມຂຶ້ນນີ້ສະແດງໃຫ້ເຫັນວ່ານັກລົງທຶນຕ່າງປະເທດສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈຕໍ່ກັບພື້ນຖານເສດຖະກິດຫວຽດນາມ ໃນໄລຍະກາງ ແລະໄລຍະຍາວ.
    |
 |
ພາບປະກອບຄັດຈາກ: nguoiduatin.vn. |
ຕາມ WB ແລ້ວ, ໃນໄລຍະຈະມາເຖິງ, ຜົນການສັງລວມຂອງພື້ນຖານເສດຖະກິດໃນປີ 2021 ຈະຂຶ້ນກັບຄວາມສາມາດຂອງລັດຖະບານໃນການຄວບຄຸມການລະບາດຂອງພະຍາດເຊິ່ງກໍາລັງຈະມີປະສິດທິຜົນໃນເດືອນກັນຍານີ້ ເພື່ອໃຫ້ການດໍາເນີນທຸລະກິດກັບມາເຄື່ອນໄຫວຄືນໃໝ່ໃນໄຕມາດທີ IV/2021. ລັດຖະບານຫວຽດນາມ ກໍາລັງໄປຖືກທາງເມື່ອໃຫ້ບູລິມະສິດຍູ້ໄວຍຸດທະສາດສັກວັກຊິນໃຫ້ພົນລະເມືອງທີ່ມີອາຍຸແຕ່ 18 ຂຶ້ນໄປຢ່າງໜ້ອຍສຸດໃຫ້ໄດ້ 70%. ເຖິງຢ່າງໃດກໍ່ຕາມ, WB ຍັງສະເໜີແນະໃຫ້ຫວຽດນາມ ຄວນສືບຕໍ່ນໍາໃຊ້ນະໂຍບາຍກ່ຽວກັບພາສີ ແລະການລົງທຶນພາກລັດເພື່ອຊຸກຍູ້ຄວາມຕ້ອງການພາຍໃນປະເທດໃນໄລຍະສັ້ນ, ດ້ວຍວິທີຍູ້ໄວການປ່ອຍເງິນລົງທຶນພາກລັດ ແລະສືບຕໍ່ໜູນຊ່ວຍລາຍຮັບໃຫ້ຄອບຄົວທີ່ໄດ້ຮັບຜົນສະທ້ອນຈາກພະຍາດ ເພື່ອຊ່ວຍຟື້ນຟູການ ໃຊ້ຈ່າຍໃຫ້ພາກເອກະຊົນ; ໜູນຊ່ວຍວິສາຫະກິດ, ໂດຍສະເພາະແມ່ນຄອບຄົວທີ່ດໍາເນີນທຸລະກິດຂະໜາດໜ້ອຍ, ຊ່ວຍຍູ້ແຮງການເຄື່ອນໄຫວດ້ານເສດຖະກິດ ແລະສ້າງວຽກເຮັດງານທໍາ.
ໂດຍ: ໄຊນີດາ