ຈຳນວນວັກຊິນຊ່ວຍເຫຼືອກັນພະຍາດໂຄວິດ-19 ນີ້ນອນໃນຈໍານວນວັກຊິນ 9 ລ້ານໂດສເຊິ່ງອັງກິດຈະເລີ່ມສົ່ງໄປຍັງປະເທດອື່ນໆໃນໂລກໃນອາທິດນີ້. ນີ້ແມ່ນວັກຊິນງວດທໍາອິດໃນຈໍານວນ 100 ລ້ານໂດສເຊິ່ງອັງກິດ ຈະມອບໃຫ້ໃນເວລາໜຶ່ງປີ, ຕາມຄໍາໝັ້ນສັນຍາຂອງທ່ານ Boris Johnson ນາຍົກລັດຖະມົນຕີອັງກິດທີ່ກອງປະຊຸມສຸດຍອດຢູ່ G7 ເຊິ່ງຈັດຂຶ້ນໃນເດືອນກ່ອນ, ໃນທ້າຍປີນີ້ວັກຊິນຈະສົ່ງໄປແມ່ນ 30 ລ້ານໂດສ.

leftcenterrightdel
ພາບປະກອບຄັດຈາກ: cand.com.vn.

ຄຽງຂ້າງບ້ວງໜູນຊ່ວຍສອງຝ່າຍນີ້, ຍັງມີວັກຊິນຫຼາຍໂດສໄດ້ສົ່ງມາຮອດຫວຽດນາມ ຕື່ມອີກຜ່ານໂຄງການໂຄແວັກໂດຍ ສປຊ ຄຸ້ມຄອງ. ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ແບ່ງປັນວ່າ: “ອັງກິດ ໃຫ້ຄໍາໝັ້ນສັນຍາໜູນຊ່ວຍຫວຽດນາມ ຍູ້ໄວໂຄງການສັກວັກຊິນແຫ່ງຊາດກໍ່ຄືຊ່ວຍກຸ່ມຄົນທີ່ມີຄວາມສ່ຽງໄພສູງໄດ້ເຂົ້າເຖິງວັກຊິນ. ວັກຊິນເຫຼົ່ານີ້ຈະມອບໃຫ້ອົງການສາທາລະນະສຸກຫວຽດນາມ ໂດຍໄວ ແລະສົ່ງໄປສັກໃຫ້ຜູ້ທີ່ຕ້ອງການໃນທົ່ວປະເທດ. ອັງກິດປາດຖະໜາຢາກສືບຕໍ່ຮ່ວມເດີນທາງກັບຫວຽດນາມ ແບ່ງປັນບົດຮຽນຜັນຂະຫຍາຍການສັກວັກຊິນ ແລະການຈັດລໍາດັບສາຍພັນ (Gene sequencing) ເພື່ອປະກອບສ່ວນຮັບປະກັນໂຄງການສັກວັກຊິນຂອງຫວຽດນາມ ໃຫ້ສໍາເລັດຜົນ”.

ໂດຍ: ເກື່ອງດັ້ງ