leftcenterrightdel
ພາບປະກອບ: ຈາກກະຊວງສາທາລະນະສຸກ.

ວັກຊິນຊຸດນີ້ນອນໃນຈໍານວນວັກຊິນ Sputnik V 30.000 ໂດສ ທໍາອິດ ເຊິ່ງ VABIOTECH ໄດ້ຜະລິດສິ້ນສ່ວນ (10.000 ໂດສ ສົ່ງໃຫ້ຝ່າຍລັດເຊຍ ເພື່ອກວດກາພິສູດຄຸນນະພາບ, ສ່ວນ 20.000 ໂດສ ທີ່ຍັງເຫຼືອກໍາລັງເກັບຮັກສາຢູ່ຫວຽດນາມ ແລະນັກຊ່ຽວຊານຈະດໍາເນີນການກວດກາພິສູດຄຸນນະພາບໄປພ້ອມໆກັນກັບຝ່າຍລັດເຊຍ). ໄລຍະເວລາກວດກາພິສູດຄຸນນະພາບວັກຊິນຊຸດນີ້ປະມານ 30 ວັນ. ຖ້າຫາກວັກຊິນຮັບປະກັນມາດຕະຖານ ແລະຄຸນນະພາບ, ສອງຝ່າຍຈະເຊັນບົດບັນທຶກຂໍ້ຕົກລົງ, ຜະລິດສິ້ນສ່ວນຢູ່ຫວຽດນາມ ຢ່າງເປັນທາງການ, ຄາດຄະເນວ່າສາມາດຜະລິດວັກຊິນໄດ້ປະມານ 5 ລ້ານໂດສ/ເດືອນ.

ໂດຍ: ໄຊຊະນະ