ໃນນັ້ນ, ການສົ່ງອອກຜະລິດຕະພັນສິນທະເລຂຸດຄົ້ນເພີ່ມຂຶ້ນ 24% ບັນລຸ 154 ລ້ານໂດລາສະຫະລັດ, ສິນໃນນໍ້າປູກລ້ຽງເພີ່ມຂຶ້ນ 18% ບັນລຸ 333 ລ້ານໂດລາສະຫະລັດ. ປະຈຸບັນ, ຕະຫຼາດອີຢູ ແມ່ນຕະຫຼາດສົ່ງອອກສິນໃນນໍ້າໃຫຍ່ທີ 4 ຂອງຫວຽດນາມ, ຖັດຈາກ ອາເມລິກາ, ຍີ່ປຸ່ນ, ຈີນ, ກວມເອົາມາດຕາຖ່ວງ 11%. ໃນນັ້ນ, ໂຮນລັງ, ເຢຍລະມັນ, ແບນຊິກ, ອີຕາລີ ແມ່ນຕະຫຼາດຈຳໜ່າຍກຸ້ງ ແລະປາທູນາ ຕົ້ນຕໍຂອງຫວຽດນາມ.

leftcenterrightdel
ພາບປະກອບຄັດຈາກ:​ vov.vn.

ທ່ານ ເລືອງຮວ່າງທ໊າຍ ຫົວໜ້າກົມການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກໍາ ແລະການຄ້າ ໃຫ້ຮູ້ວ່າ ສິນໃນນໍ້າແມ່ນໜຶ່ງໃນບັນດາປະເພດສິນຄ້າທີ່ຂຸດຄົ້ນໄດ້ກາລະໂອກາດຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອີຢູ (EVFTA) ດີສົມຄວນໃນເກືອບ 1 ປີຜ່ານມາ, ນັບແຕ່ເມື່ອສັນຍານີ້ມີຜົນສັກສິດ. ທ່ານ ເລືອງຮວ່າງທ໊າຍ ຖືວ່າ: “ສິນໃນນໍ້າແມ່ນຂະແໜງທີ່ມີມູນຄ່າເພີ່ມສູງ ແລະແມ່ນຂະແໜງການທີ່ຊ່ວຍໃຫ້ພວກເຮົາຫັນປ່ຽນໂຄງປະກອບການສົ່ງອອກ. ໃນ 6 ເດືອນຕົ້ນຂອງປີທໍາອິດປະຕິບັດສັນຍາ, ຄວາມສາມາດໝູນໃຊ້ກາລະໂອກາດບັນລຸໄດ້ແມ່ນກວ່າ 70% ເມື່ອທຽບໃສ່ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອີຢູ, ໝາຍຄວາມວ່າແມ່ນຕົວເລກດີສົມຄວນເມື່ອທຽບໃສ່ສັນຍາອື່ນໆ”.

ໂດຍ: ໄຊນີດາ