leftcenterrightdel
ພາບປະກອບ: vov.vn

ທ່ານພັນໂທ, ຮ.ສຈ, ປອ ຈືວັນເມັ້ນ, ຫົວໜ້າສູນທົດລອງ ແລະຊີວະ ສັງກັດວິທະຍາຄານການແພດ ໃຫ້ຮູ້ວ່າ ພາຍຫຼັງສັກວັກຊິນ 1 ໂດສ 25 mcg, ບັນດາຜູ້ອາສາສະໝັກມີສຸຂະພາບປົກກະຕິ, ຄາດວ່າຮອດວັນທີ 30 ກໍລະກົດຈະສຳເລັດການເອົາຕົວຢ່າງເລືອກວິໄຈເພື່ອຕີລາຄາຄວາມສາມາດໃນການສ້າງພູມຕ້ານທານ, ຄາດວ່າຮອດກາງເດືອນກັນຍາ 2021 ຈະມີບົດລາຍງານໝາກຜົນຂໍ້ມູນກ່ຽວກັບຄວາມປອດໄພ ແລະການສ້າງພູມຕ້ານທານໃນມື້ທີ 42 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນ. ພາຍຫຼັງສັກວັກຊິນທົດລອງໃຫ້ແກ່ 1000 ຄົນຊຸດທຳອິດຂອງການທົດລອງສັກວັກຊິນ “made in Vietnam” ໄລຍະທີ 3, ວິທະຍາຄານການແພດ ຈະສືບຕໍ່ສັກທົດລອງໃຫ້ແກ່ 12.000 ຄົນ.

ແຫຼ່ງຄັດຈາກ: vovworld.vn