ທີ່ເຫດການ, ທ່ານ ເຈິ່ນເລເຟືອງ, ທີ່ປຶກສາທູດດ້ານການເມືອງ, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ, ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງລະຫວ່າງຫວຽດນາມ-ອົດສະຕາລີ ຜ່ານໂຄງການ Aus4Innovation: “ການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີລະຫວ່າງອົດສະຕາລີ ແລະຫວຽດນາມ ແມ່ນໜຶ່ງໃນບັນດາຂົງເຂດທີ່ຖືເປັນສຳຄັນພິເສດດ້ວຍຫຼາຍລາຍການ ແລະໂຄງການ. ສອງປະເທດໄດ້ກໍ່ສ້າງຫ້ອງການຜູ້ຕາງໜ້າ ຫຼືແຕ່ງຕັ້ງຜູ້ຮັບຜິດຊອບດ້ານວິທະຍາສາດເຕັກໂນໂລຢີຢູ່ຄຽງຂ້າງສະຖານທູດຂອງກັນ ແລະກັນ. ໃນຊຸມປີມໍ່ໆມານີ້, ສອງປະເທດເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບປ່ຽນແປງໃໝ່ປະດິດສ້າງຢ່າງແຮງ. ພວກຂ້າພະເຈົ້າຖືວ່າ ການເສັງຄັ້ງນ້ີແມ່ນກິດຈະກຳທີ່ມີຄວາມໝາຍ ແລະແທດຈິງທີ່ສຸດເພື່ອຊຸກຍູ້ຈິດໃຈລິເລີ່ມທຸລະກິດ ແລະປ່ຽນແປງໃໝ່ປະດິດສ້າງຂອງຫວຽດນາມ ໃນສະມາຄົມນັກຮຽນ, ນັກສຶກສາ, ນັກວິສາວະກອນ, ນັກວິທະຍາສາດໜຸ່ມຢູ່ອົດສະຕາລີ, ປະກອບສ່ວນພັດທະນາລະບົບຊີວະພາບວິສາຫະກິດ ແລະແກ້ໄຂບັນດາບັນຫາເສດຖະກິດສັງຄົມຢູ່ຫວຽດນາມ”.

leftcenterrightdel
ແຂກຖືກເຊີນຢູ່ພິທີມອບລາງວັນ Hack4Growth ອົດສະຕາລີ 2021. ພາບ: vov.vn.

Hack4Growth 2021 ແມ່ນການເສັງກ່ຽວກັບການປ່ຽນແປງໃໝ່ປະດິດສ້າງທົ່ວໂລກໂດຍອົງການວິທະຍາສາດ ແລະຊ່ຽວຊານຫວຽດນາມ ທົ່ວໂລກ (AVSE Global) ປະຕິບັດພາຍໃຕ້ການອຸປະຖຳຂອງຄະນະກຳມະການແຫ່ງຊາດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ. ການເສັງແມ່ນສົ່ງເສີມບັນດາໂຄງການແກ້ໄຂບັນຫາສັງຄົມທີ່ໜ້າເອົາໃຈໃສ່ຢູ່ຫວຽດນາມ, ພິເສດແມ່ນໂຄງການມຸ່ງໄປເຖິງຫົວຂໍ້: ອຸດສາຫະກຳ ແລະການຄ້າ, ຫັນປ່ຽນດີຈີຕອນ, ຕົວເມືອງ ແລະຊົນນະບົດອັດສະລິຍະ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການແພດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສິ່ງແວດລ້ອມ, ກະສິກຳ.

ໂດຍ: ແສງເດືອນ