ທ່ານນາງ ຫງວຽນທິຊວນທູ ປະທານສະພາກາແດງຫວຽດນາມ ຂອບໃຈອົງການ WeLoveU ສາກົນທີ່ໄດ້ປະກອບສ່ວນແນໃສ່ໜູນຊ່ວຍປະຊາຊົນທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19 ແລະຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມືໃນການເຄື່ອນໄຫວມະນຸດສະທຳໃນໄລຍະຈະມາເຖິງ. ທ່ານນາງ ຫງວຽນທິຊວນທູ ກໍ່ໃຫ້ຮູ້ວ່າ ຂອງຂວັນດັ່ງກ່າວຂອງອົງການ WeLoveU ສາກົນ ຄາດວ່າຈະໄດ້ນໍາໃຊ້ເຂົ້າໃນການໜູນຊ່ວຍບັນດາແຂວງ, ນະຄອນທີ່ພວມມີພະຍາດໂຄວິດ-19, ພິເສດແມ່ນບັນດາແຂວງ, ນະຄອນທີ່ຫາກໍ່ແຜ່ລະບາດພະຍາດໂຄວິດ-19. ທັງສອງອົງການຈະສົມທົບກັນມອບຂອງຂວັນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ບັນດາທ້ອງຖິ່ນ.

leftcenterrightdel
ພາບປະກອບ: ສູນກາງສະພາກາແດງຫວຽດນາມ

ທ່ານ Jin Hyun Ok ເລຂາທິການໃຫຍ່ອົງການ WeLoveU ສາກົນ ສາຂານະຄອນຫຼວງຮ່າໂນ້ຍ, ສະແດງຄວາມປິຕິຊົມຊື່ນທີ່ໄດ້ປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແລະຫວັງວ່າຈະສືບຕໍ່ຮ່ວມມືກັບສະພາກາແດງຫວຽດນາມ ໃນການເຄື່ອນໄຫວກູ້​ຊີບຢູ່ປະເທດຫວຽດນາມ.

ໂດຍ: ທະນາພອນ