ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ຊົມເຊີຍຜົນງານ ເຊິ່ງໜັງສືພິມກອງທັບປະຊາຊົນ ບັນລຸໄດ້ໃນໄລຍະຜ່ານມາ; ຍ້ອງຍໍຊົມເຊີຍຕໍ່ຄວາມມານະພະຍາຍາມ, ຈິດໃຈປ່ຽນແປງໃໝ່ປະດິດສ້າງ, ກ້າຄິດ, ກ້າເຮັດຂອງໜັງສືພິມກອງທັບປະຊາຊົນ. ໃນໄລຍະປັດຈຸບັນ, ໜັງສືພິມກອງທັບປະຊາຊົນ ແມ່ນໜຶ່ງໃນບັນດາອົງການສື່ມວນຊົນທີ່ມີຄວາມຕັ້ງໜ້າແຖວໜ້າໃນການສ່ອງແສງພຶດຕິກໍາຕົວຈິງຂອງການຕໍ່ສູ້ໃນການດໍາລົງຊີວິດ, ອອກແຮງງານ, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງກອງທັບ ແລະປະຊາຊົນໃນທົ່ວປະເທດຢ່າງມີຊີວິດຊີວາ; ໝັ້ນແກ່ນ, ປະຈັນບານໃນແນວຮົບຕໍ່ສູ້ດ້ານການເມືອງ, ແນວຄິດ, ປົກປ້ອງພັກ, ປົກປ້ອງລະບອບ, ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ. ໜັງສືພິມກອງທັບປະຊາຊົນ ແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼັກແຫຼ່ງ, ໄດ້ວາງແຜນກໍານົດພັດທະນາໃຫ້ກາຍເປັນອົງການສື່ມວນຊົນຫຼາຍປະເພດ, ກໍານົດທິດຫາງສຽງ, ເພາະສະນັ້ນ, ໜັງສືພິມກອງທັບປະຊາຊົນ ຕ້ອງກໍານົດຢ່າງຈະແຈ້ງບົດບາດນໍາໜ້າ, ກໍານົດທິດຫາງສຽງເພື່ອປຸກລຸກຄວາມຄາດຫວັງໃນການກໍ່ສ້າງປະເທດຊາດໃຫ້ເຂັ້ມແຂງແຮງກ້າ; ໂຄສະນາກ່ຽວກັບວິຖີຊີວິດທີ່ຕັ້ງໜ້າ, ແນວຄິດປອດໃສກ່ຽວກັບແບບຢ່າງວຽກດີ-ຄົນເດັ່ນ; ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ໃນນັ້ນມີທັງປະກົດການຫຍໍ້ທໍ້ຢູ່ໃນອົງການສື່ມວນຊົນເອງ...

leftcenterrightdel
ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ  ແລະສື່ສານຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn.

ຂອບໃຈຕໍ່ຄໍາແບ່ງປັນອັນເລິກເຊິ່ງ, ແຫຼ່ງບັນດານໃຈຂອງທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ທີ່ມີຕໍ່ຜູ້ເຮັດວຽກງານການຂ່າວຂອງໜັງສືພິມກອງທັບປະຊາຊົນ, ທ່ານພົນຈັດຕະວາ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ຫວັງວ່າ ທ່ານລັດຖະມົນຕີ ແລະການນໍາບັນດາອົງການຂອງກະຊວງຖະແຫຼງຂ່າວ ແລະສື່ສານ ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອເພື່ອໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ. ໜັງສືພິມກອງທັບປະຊາຊົນ ຈະຢຶດໝັ້ນຕໍ່ເປົ້າໝາຍການເມືອງທີ່ເປັນໜັງສືພິມຂອງພັກໃນກໍາລັງປະກອບອາວຸດ, ລະດົມກໍາລັງໃຈຢ່າງແຮງສຳລັບສອງໜ້າທີ່ຍຸດທະສາດ, ນັ້ນແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດ, ພ້ອມທັງສືບຕໍ່ປ່ຽນແປງໃໝ່ຮູບການສະແດງອອກເພື່ອເພີ່ມຄວາມດຶງດູດໃຈ, ຈັບອົກຈັບໃຈເພື່ອນຜູ້ອ່ານໃນທົ່ວປະເທດ ເພື່ອມຸ່ງໄປເຖິງການປະຕິບັດໜ້າທີ່ປະຕິວັດໃນປັດຈຸບັນ.

ໂດຍ: ໄຊຊະນະ