leftcenterrightdel
ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn.

ຕາງໜ້າການນໍາກະຊວງສາທາລະນະສຸກ, ທ່ານ ຫງວຽນແທັງລອງ ສະແດງຄວາມຂອບໃຈຕໍ່ລັດຖະບານບັນດາປະເທດທີ່ເອົາໃຈໃສ່ໜູນຊ່ວຍວຽກງານສົ່ງເສີມສຸຂະພາບຂອງປະຊາຊົນຢູ່ຫວຽດນາມ ເວົ້າລວມ; ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເວົ້າສະເພາະ, ໃນນັ້ນມີການໜູນຊ່ວຍວັກຊິນປ້ອງກັນໂຄວິດ-19 ຜ່ານໂຄງການ COVAX Facility - ນີ້ແມ່ນແຫຼ່ງສໍາຜັດກັບວັກຊິນປ້ອງກັນໂຄວິດ-19 ໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານ ຫງວຽນແທັງລອງ ຫວັງວ່າ ລັດຖະບານບັນດາປະເທດຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດສົ່ງເສີມສຸຂະພາບຂອງປະຊາຊົນ.

ອົດສະຕາລີ ຄົ້ນຄວ້າຄວາມສາມາດສະໜອງວັກຊິນປ້ອງກັນໂຄວິດ-19 ໃຫ້ຫວຽດນາມ ຕື່ມອີກ

leftcenterrightdel
ທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ. ພາບ: qdnd.vn.

ທີ່ການເຮັດວຽກ, ທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ລັດຖະບານອົດສະຕາລີ ພວມຕັ້ງໜ້າຜັນຂະຫຍາຍມາດຕະການໜູນຊ່ວຍເພື່ອສາມາດສະໜອງວັກຊິນປ້ອງກັນໂຄວິດ-19 ໃຫ້ຫວຽດນາມ ຕື່ມອີກ. ປະຈຸບັນ, ອົດສະຕາລີ ພວມຜະລິດວັກຊິນປ້ອງກັນໂຄວິດ-19, ສະນັ້ນພວກຂ້າພະເຈົ້າ ຫວັງວ່າ ຫຼັງເຄິ່ງປີອີກຈະສາມາດສະໜອງວັກຊິນປ້ອງກັນໂຄວິດ-19 ໃຫ້ຫວຽດນາມ ໂດຍກົງ.

ສະວິດ ໃຫ້ຄໍາໝັ້ນສັນຍາຍູ້ໄວການນໍາວັກຊິນ Moderna ຈໍານວນ 5 ລ້ານໂດສ ມາໃຫ້ຫວຽດນາມ

ທີ່ການເຮັດວຽກ, ທ່ານ Ivo Siebber ເອກອັກຄະລັດຖະທູດສະວິດ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ບັນດາບໍລິສັດການຢາຂອງສະວິດ ຢູ່ຫວຽດນາມ ລ້ວນແຕ່ຢັ້ງຢືນຄວາມພ້ອມໃນການໜູນຊ່ວຍຫວຽດນາມ, ພິເສດແມ່ນການເຄື່ອນໄຫວປ້ອງກັນ, ຕ້ານພະຍາດໂຄວິດ-19, ລວມມີການສໍາຜັດກັບວັກຊິນປ້ອງກັນໂຄວິດ-19.

leftcenterrightdel
ທ່ານ Ivo Siebber ເອກອັກຄະລັດຖະທູດສະວິດ. ພາບ: qdnd.vn.

ສ່ວນທ່ານ ຫງວຽນແທັງລອງ ປາດຖະໜາຢາກໃຫ້ 2 ບໍລິສັດການຢາ DKSH ແລະ Zuellig Pharma ຍູ້ໄວການສະໜອງວັກຊິນໃຫ້ຫວຽດນາມ. Zuellig Pharma ແມ່ນຫົວໜ່ວຍທີ່ Moderna ມອບສິດໃຫ້ນໍາວັກຊິນ 5 ລ້ານໂດສ ມາໃຫ້ຫວຽດນາມ. ທ່ານ ຫງວຽນແທັງລອງ ຊົມເຊີຍການໜູນຊ່ວຍຂອງ Rocher ແລະບັນດາບໍລິສັດອື່ນຂອງສະວິດ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເວົ້າສະເພາະ ແລະວຽກງານການແພດເວົ້າລວມ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບເລື່ອງກະຊວງສາທາລະນະສຸກ ໄດ້ ແລະພວມສົ່ງເສີມການປັບປຸງຂໍ້ກຳນົດກ່ຽວກັບການນໍາເຂົ້າຢາ ກໍ່ຄືບັນຫາທີ່ກ່ຽວຂ້ອງ...

ຝະລັ່ງ ຊຸກຍູ້ການແລກປ່ຽນ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນປ້ອງກັນໂຄວິດ-19

ທີ່ການເຮັດວຽກກັບທ່ານ Nicolas Warnery ເອກອັກຄະລັດຖະທູດຝະລັ່ງ, ທ່ານ ຫງວຽນແທັງລອງ ຕີລາຄາສູງຕໍ່ລັດຖະບານຝະລັ່ງ ທີ່ໄດ້ຜັນຂະຫຍາຍໂຄງການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການສັກວັກຊິນຢ່າງມີປະສິດທິຜົນ. ກ່ຽວກັບການໜູນຊ່ວຍວັກຊິນໃຫ້ຫວຽດນາມ, ທ່ານ ຫງວຽນແທັງລອງ ຫວັງວ່າ ນອກຈາກຜ່ານໂຄງການ COVAX ແລ້ວ, ຝ່າຍຝະລັ່ງ ຍັງຈະມີການໜູນຊ່ວຍອື່ນກ່ຽວກັບວັກຊິນຕື່ມອີກ.

leftcenterrightdel
ທ່ານ Nicolas Warnery ເອກອັກຄະລັດຖະທູດຝະລັ່ງ. ພາບ: qdnd.vn.

ສ່ວນທ່ານ Nicolas Warnery ຮັບຮູ້ຂໍ້ສະເໜີກ່ຽວກັບການເພີ່ມທະວີການແລກປ່ຽນເພື່ອມຸ່ງໄປເຖິງການຖ່າຍທອດເຕັກໂນໂລຢີຂອງຫວຽດນາມ. ຂໍ້ສະເໜີຂອງຫວຽດນາມ ຝ່າຍຝະລັ່ງ ກຳລັງຄົ້ນຄວ້າ. ທ່ານ Nicolas Warnery ກໍ່ສະເໜີນໍາເຂົ້າວັກຊິນ Johnson&Johnson ແລະຜັນຂະຫຍາຍການສັກວັກຊິນນີ້ໃຫ້ປະຊາຄົມຊາວຝະລັ່ງ ອາໄສຢູ່ຫວຽດນາມ, ກ່ອນອື່ນໝົດແມ່ນບຸລິມະສິດໃຫ້ຜູ້ທີ່ມີອາຍຸ 55 ປີຂຶ້ນໄປ.

ໂດຍ: ເຈິ່ນຮວ່ຽນ