ຢູ່ບັນດາເກາະສັງກັດເມືອງເກາະເຈື່ອງຊາ, ປ້າຍໂຄສະນາ, ຄໍາຂວັນ, ທຸງຊາດ, ທຸງທິວ, ດອກໄມ້ ປິວສະບັດສ້າງບັນຍາກາດເບີກບານມ່ວນຊື່ນໃນທົ່ວທຸກແຫ່ງເພື່ອຂໍ່ານັບຮັບຕ້ອນວັນບຸນໃຫຍ່ຂອງປະເທດ. ເມືອງເກາະເຈື່ອງຊາ ໄດ້ສ້າງຕັ້ງ 21 ໜ່ວຍເລືອກຕັ້ງ.  2 ຕາແສງເກາະ ຊິງໂຕ່ນ ແລະຊອງຕື້ໄຕ ເລືອກຕັ້ງໃນວັນທີ 16 ພຶດສະພາ 2021. ເທດສະບານເມືອງເຈື່ອງຊາ ຈະດຳເນີນການເລືອກຕັ້ງພ້ອມກັບທົ່ວປະເທດ ໃນວັນທີ 23 ພຶດສະພາ 2021. ຢູ່ສອງຕາແສງເກາະໄດ້ສ້າງຕັ້ງ 20 ໜ່ວຍເລືອກຕັ້ງ. ອໍານາດການປົກຄອງທ້ອງຖິ່ນພ້ອມກັບກໍາລັງທີ່ປະຕິບັດໜ້າທີ່ເທິງເກາະຕ່າງໆ ໄດ້ປະຕິບັດສໍາເລັດການເລືອກຕັ້ງ. ຫີບບັດຖືກປິດໄວ້ ແລະປະທັບຕາຕາມຂໍ້ກໍານົດແລ້ວສົ່ງເຂດດິນຕໍ່ແຜ່ນຕາມແຜນການ.  

leftcenterrightdel
ກວດກາຫີບບັດ ກ່ອນທີ່ຈະດໍາເນີນການເລືອກຕັ້ງເທິງເກາະ ດ໋ານາມ. ພາບ: ຮວ່າງຈ້ຽວ.

leftcenterrightdel
ພະນັກງານ, ນັກຮົບເກາະ ເຊີນກາ ປ່ອນບັດເລືອກຕັ້ງ. ພາບ: ຮວ່າງຈ້ຽວ.

ທ່ານ ເລດິ່ງຫາຍ, ປະທານຄະນະກໍາມະການປະຊາຊົນ, ປະທານຄະນະກໍາມະການເລືອກຕັ້ງເມືອງເກາະເຈື່ອງຊາ, ໃຫ້ຮູ້ວ່າ: “ການປ່ອນບັດເລືອກຕັ້ງໄດ້ຈັດຂຶ້ນຢ່າງສົມກຽດ, ຖືກຕາມຂໍ້ກໍານົດ. ຜູ້ມີສິດເລືອກຕັ້ງແມ່ນຊາວປະມົງທີ່ຫາປາຢູ່ໃນເຂດຫາປາ ເຈື່ອງຊາ ໄດ້ຮັບແນະນໍາໃຫ້ເຂົ້າທຽບທ່າ ແລະເຂົ້າຮ່ວມການເລືອກຕັ້ງ, ປະຕິບັດສິດຂອງພົນລະເມືອງ”.

leftcenterrightdel
ວຽກງານເລືອກຕັ້ງຢູ່ເກາະ ຊິນໂຕ່ນດົງ ໄດ້ຈັດຕັ້ງຢ່າງສົມກຽດ, ຖືກຕາມຂໍ້ກໍານົດ. ພາບ: ຮວ່າງຈ້ຽວ.
leftcenterrightdel
ພະນັກງານ, ນັກຮົບທະຫານເຮືອ ເທິງເກາະ ຊິງໂຕ່ນດົງ ປ່ອນບັດເລືອກຕັ້ງ. ພາບ: ຮວ່າງຈ້ຽວ.

ກ່ອນໜ້ານັ້ນ, ກໍາປັ່ນ KN 464 ແລະກໍາປັ່ນ KN472 ສັງກັດໜ່ວຍກໍາລັງກວດກາການປະມົງ ເລກ 4 ໄດ້ໄປເຖິງແຕ່ລະເກາະເພື່ອສະໜອງຫີບບັດ, ບັດຜູ້ມີສິດເລືອກຕັ້ງ ພ້ອມວັດຖຸຕ່າງໆ ເພື່ອປະດັບປະດາຮັບໃຊ້ການເລືອກຕັ້ງ. ພາຍຫຼັງການເລືອກຕັ້ງສໍາເລັດ, ຫີບບັດຈະໄດ້ປິດໄວ້ ແລະປະທັບຕາ. ຕາມແຜນການ, ກໍາປັ່ນ 2 ລໍາດັ່ງກ່າວຈະຍ້າຍໄປເຖິງເກາະຕ່າງໆ ເພື່ອຮັບເອົາຫີບບັດ ແລະຈະກັບຄືນສູ່ເຂດດິນຕໍ່ແຜ່ນກ່ອນວັນທີ 22 ພຶດສະພາ. ຫີບບັດດັ່ງກ່າວຈະໄດ້ເປີດເພື່ອກວດບັດເລືອກຕັ້ງຕາມຂໍ້ກໍານົດ.

ໃນວິວັດການຈັດຕັ້ງການເລືອກຕັ້ງ, ທະຫານ, ປະຊາຊົນ ແລະບັນດາກໍາລັງຢູ່ເກາະຕ່າງໆໄດ້ປະຕິບັດສານ “5K” ຂອງກະຊວງສາທາລະນະສຸກ ຢ່າງເຂັ້ມງວດ, ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ, ບໍ່ໃຫ້ພະຍາດໂຄວິດ-19 ແຜ່ລະບາດຢູ່ບັນດາເກາະ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ຢູ່ 2 ຕາແສງເກາະ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ຮັບປະກັນຖືກຕາມຂໍ້ກໍານົດ ແລະປອດໄພຢ່າງເດັດຂາດ.

ໂດຍ: ໄຊຊະນະ