leftcenterrightdel
ຜູ້ຕາງໜ້າຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ກໍາລັງຊາຍແດນທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຊາຍແດນ. ພາບ: ຊວນຢຸຍ.

ຕາມນັ້ນແລ້ວ, ນະຄອນ ໄດ້ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ ກໍາປູເຈຍ 1,5 ຕື້ດົ່ງ ແລະ 1 ຕື້ດົ່ງໃຫ້ແກ່ຊາວຫວຽດນາມ ອາໄສຢູ່ລາວ. ກ່ອນໜ້ານັ້ນ, ຕອນພະຍາດໂຄວິດ-19 ແຜ່ລະບາດຢູ່ກໍາປູເຈຍ, ນະຄອນໂຮ່ຈີມິນ ກໍ່ໄດ້ໜູນຊ່ວຍກໍາປູເຈຍ 1,6 ຕື້ດົ່ງ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຍັງໃຫ້ຮູ້ຕື່ມອີກວ່າຈະໜູນຊ່ວຍເງິນຈໍານວນ 1,5 ຕື້ດົ່ງໃຫ້ກອງບັນຊາການທະຫານຊາຍແດນຂອງນະຄອນ  ເພື່ອຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນບໍລິເວນນະຄອນ.

ໂດຍ: ໄຊຊະນະ