ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫາກໍ່ອອກຄໍາຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານຮຽກຮ້ອງໃຫ້ມີການປັບປຸງໃນທັນທີກ່ຽວກັບປະກົດການທີ່ມີການປະໝາດ, ລະເລີຍ..., ລົງໂທດຕໍ່ຜູ້ລະເມີດໃນທັນທີ .

ທ່ານນາຍົກລັດຖະມົນຕີ ຍົກອອກຄໍາຮຽກຮ້ອງດັ່ງກ່າວໃນກອງປະຊຸມດ່ວນກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນວັນໄຊຊະນະ 30 ເມສາ - ເຊິ່ງເປັນວັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ສຳລັບຫວຽດນາມ, ກໍ່ແມ່ນມື້ທຳອິດຂອງຊຸມວັນພັກຜ່ອນທີ່ແກ່ຍາວ.

leftcenterrightdel
ພາບປະກອບ: dangcongsan.vn

ທີ່ກອງປະຊຸມໃນວັນທີ 30 ເມສາ, ທ່ານນາຍົກລັດຖະມົນຕີ ສືບຕໍ່ເນັ້ນໜັກເຖິງບັນດາໜ້າທີ່ສຳຄັນ, ມາດຕະການຈຸດສຸມ, ຮີບດ່ວນໃນໄລຍະຈະມາເຖິງ. ໃນນັ້ນ, ທ່ານໄດ້ເຕືອນວ່າ ການຈັດຕັ້ງປະຕິບັດຂໍ້ກໍານົດ, ລະບຽບການຕ່າງໆຕ້ອງໄດ້ຮັດກຸມຢ່າງເຂັ້ມງວດກວ່າອີກ, ເຮັດໃຫ້ດີ ແລະມີປະສິດທິຜົນສູງກວ່າເກົ່າ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງການພິຈະລະນາກວດກາຄືນຄວາມຮັບຜິດຊອບ, ລົງໂທດຢ່າງເຂັ້ມງວດຕໍ່ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ ແລະບຸກຄົນທີ່ລະເລີຍ, ປະໝາດ, ເຜີຕົວ ແລະປະຕິບັດບໍ່ຖືກຕາມຂໍ້ກໍານົດໃນການປ້ອງກັນ, ຕ້ານໂລກລະບາດ, ເຮັດໃຫ້ພະຍາດແຜ່ລະບາດໃນຊຸມຊົນ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທົ່ວປວງຊົນ ແລະນັກຮົບທົ່ວປະເທດຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ມານະພະຍາຍາມຢ່າງສູງສຸດ ແລະປະຕິບັດຂໍ້ກໍານົດຕ່າງໆຂອງລັດຖະບານ, ຄະນະຊີ້ນຳແຫ່ງຊາດ... ເພື່ອປ້ອງກັນ, ຕ້ານໂລກລະບາດ ເພື່ອສຸຂະພາບຂອງແຕ່ລະຄົນ, ເພື່ອສຸຂະພາບຂອງຊຸມຊົນ, ເພື່ອຜົນປະໂຫຍດຂອງປະເທດຊາດ...

ມາຮອດປະຈຸບັນ, ພວກເຮົາຍັງສາມາດຄວບຄຸມສະພາບການໄດ້ຢູ່ ແລະພວກເຮົາຈະສືບຕໍ່ຄວບຄຸມໄດ້ຕະຫຼອດຖ້າຫາກທົ່ວປະເທດພ້ອມກັນປະຕິບັດມາດຕະການເຊິ່ງສູນກາງໄດ້ຮຽກຮ້ອງຢ່າງເຂັ້ມງວດ...

ໂດຍ: ທະນາພອນ