leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຖ່າຍຮູບເປັນທີ່ລະນຶກພ້ອມກັບພະນັກງານ, ພາລະກອນໂຮງໝໍ. ພາບ: ງອັກເຮິນ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຕາງໜ້າການນໍາພັກ, ລັດ ຍ້ອງຍໍຜົນງານເຊິ່ງໂຮງໝໍສູນກາງກອງທັບ 108 ບັນລຸໄດ້, ພ້ອມທັງສົ່ງພອນໄຊອັນປະເສີດມາຍັງທ່ານໝໍ-ນັກຮົບຂອງໂຮງໝໍຜ່ານບັນດາໄລຍະ. ທ່ານ ຫວູດຶກດາມ ເນັ້ນໜັກວ່າ ຖັນແຖວທ່ານໝໍ, ນັກວິທະຍາສາດຂອງໂຮງໝໍສູນກາງກອງທັບ 108 ໄດ້ມີບາດກ້າວພັດທະນາກະໂດດຂັ້ນທັງດ້ານຈໍານວນ ແລະຄຸນນະພາບ. ບໍ່ພຽງແຕ່ເປັນເຈົ້າຂອງອຸປະກອນການແພດທີ່ກ້າວໜ້າ, ທັນສະໄໝທີ່ສຸດ; ບັນດາເຕັກນິກໃໝ່, ຍາກ, ສັບສົນທີ່ສຸດໃນການປິ່ນປົວ, ກູ້ເອົາຊີວິດຄົນເຈັບໄດ້ເທົ່ານັ້ນ, ໂຮງໝໍຍັງປະຕິບັດໜ້າທີ່ກໍ່ສ້າງລົງເລິກ, ແນະນໍາໃຫ້ບັນດາໂຮງໝໍອື່ນເປັນຢ່າງດີອີກດ້ວຍ. ຈາກບ່ອນນີ້, ເຕັກນິກແພດສາດໃໝ່ໄດ້ແຜ່ຂະຫຍາຍ; ແພດຊ່ຽວຊານ, ປະລິນຍາເອກແພດສາດນັບພັນຄົນໄດ້ໄປທົ່ວປະເທດ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຕາໜ່າງຮາກຖານກວດ, ປິ່ນປົວພະຍາດໃນທົ່ວກອງທັບ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ປະດັບນາມມະຍົດວິລະຊົນແຮງງານໃນໄລຍະປ່ຽນແປງໃໝ່ໃຫ້ໂຮງໝໍສູນກາງກອງທັບ 108. ພາບ: ງອັກເຮິນ.

ທ່ານ ຫວູດຶກດາມ ປາດຖະໜາ ແລະຮຽກຮ້ອງໂຮງໝໍສູນກາງກອງທັບ 108 ສືບຕໍ່ເອົາໃຈໃສ່ສ້າງຖັນແຖວພະນັກງານ, ພາລະກອນໃຫ້ໝັ້ນຄົງດ້ານການເມືອງ, ເປັນແບບຢ່າງກ່ຽວກັບຄຸນສົມບັດ, ເກັ່ງດ້ານວິຊາການ; ເພີ່ມທະວີວຽກງານຄົ້ນຄວ້າວິທະຍາສາດ ແລະກໍ່ສ້າງລົງເລິກກວ່າອີກ; ເປີດກວ້າງການຮ່ວມມືກັບບັນດາຮາກຖານປິ່ນປົວພະຍາດ, ຄົ້ນຄວ້າແພດສາດທີ່ມີອິດທິພົນຊື່ສຽງຢູ່ພາຍໃນປະເທດ ແລະສາກົນ; ເພີ່ມທະວີການຜັນຂະຫຍາຍວິທະຍາສາດເຕັກໂນໂລຢີ, ເຕັກນິກໃໝ່ເພື່ອສືບຕໍ່ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດໃຫ້ທະຫານ ແລະປະຊາຊົນ. ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ຫວູດຶກດາມ ໄດ້ມອບໃບຢັ້ງຢືນນາມມະຍົດວິລະຊົນແຮງງານໃນໄລຍະປ່ຽນແປງໃໝ່ໃຫ້ໂຮງໝໍສູນກາງກອງທັບ 108.

ໂດຍ: ເຈິ່ນຮວ່ຽນ