ດ້ວຍຫົວຂໍ້ “ພ້ອມກັນກໍາມືໃຫ້ແໜ້ນ”, ງານບຸນຍີ່ປຸ່ນ-ຫວຽດນາມ ປີນີ້ໄດ້ດໍາເນີນດ້ວຍບັນດາກິດຈະກໍາທີ່ເຕັມໄປດ້ວຍສີສັນວັດທະນະທໍາຊາດທີ່ອຸດົມສົມບູນ,  ມີຫຼາຍຮູບຫຼາຍແບບຂອງຫວຽດນາມ ແລະຍີ່ປຸ່ນ ລວມມີການເຄື່ອນໄຫວງານວາງສະແດງການຄ້າ, ອາຫານການກິນຂອງວິສາຫະກິດຫວຽດນາມ ແລະວິສາຫະກິດຍີ່ປຸ່ນ ແລະກິດຈະກໍາສະແດງສິລະປະ, ພົບປະແລກປ່ຽນຂອງສອງປະເທດຫວຽດນາມ-ຍີ່ປຸ່ນ.

leftcenterrightdel
ແນະນໍາຊາຍີ່ປຸ່ນ. ພາບ: ແມັງຫາວ.

ການດໍາເນີນງານບຸນໃນວັນທີ 17 ແລະ 18 ເມສາ, ຢູ່ເຂດຮ້ານຄ້າ, ຮ້ານວາງຂາຍອາຫານການກິນ, ຄະນະຈັດຕັ້ງໄດ້ແນະນໍາຜະລິດຕະພັນອຸປະໂພກ, ເຄື່ອງສໍາອາງ, ການເບິ່ງແຍງດູແລສຸຂະພາບ; ຮ້ານຄ້າໂຄສະນາວັດທະນະທໍາ, ທ່ອງທ່ຽວຂອງທ້ອງຖີ່ນຍີ່ປຸ່ນ ແລະຫວຽດນາມ, ແນະນໍາຫຼັກສູດການສຶກສາ ແລະການໄປຮຽນ. ພິເສດ, ເຂດຮ້ານວາງຂາຍອາຫານການກິນຂອງຍີ່ປຸ່ນ ແລະຫວຽດນາມ ໄດ້ແນະນໍາບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງສອງປະເທດ, ຜ່ານນັ້ນປະກອບສ່ວນສ້າງຄວາມອຸດົມສົມບູນໃຫ້ແກ່ກິດຈະກໍາພົບປະແລກປ່ຽນວັດທະນະທໍາດ້ານອາຫານການກິນ.

ງານບຸນຍີ່ປຸ່ນ-ຫວຽດນາມ (Japan Vietnam Festival) ໄດ້ຈັດຕັ້ງຢູ່ນະຄອນໂຈ່ຈີມິນ ຄັ້ງທໍຳອິດ ເມື່ອປີ 2013 ເນື່ອງໃນໂອກາດ “ປີມິດຕະພາບຍີ່ປຸ່ນ-ຫວຽດນາມ” ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ. ຜ່ານການຈັດຕັ້ງມາໄດ້ 6 ຄັ້ງ, ງານບຸນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ, ພັດທະນາການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະຍີ່ປຸ່ນ, ຮັດແໜ້ນອາລົມຈິດຂອງປະຊາຊົນສອງປະເທດກວ່າອີກ.

ໂດຍ: ໄຊນີດາ