ສະຫະສະມາຄົມໄຕ້ຫວັນ-ຫວຽດນາມ ສືບຕໍ່ສົ່ງເສີມການລົງນາມພົບປະແລກປ່ຽນວັດທະນະທໍາຫວຽດນາມ-ໄຕ້ຫວັນ (ຈີນ)
ກປ.ອອນໄລ - ສະຫະສະມາຄົມພັດທະນາເສດຖະກິດວັດທະນະທໍາການສຶກສາໄຕ້ຫວັນ-ຫວຽດນາມ (ສະຫະສະມາຄົມໄຕ້ຫວັນ-ຫວຽດນາມ) ຫາກໍ່ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື MOU ກັບຫໍພິພິຕະພັນແຫ່ງຊາດເຕັກໂນໂລຢີຊີວະສາດມະຫາສະໝຸດ (ໄຕ້ຫວັນ, ຈີນ).
ທ່ານນາງ Su-fen Chen, ຫົວໜ້າຫໍພິພິຕະພັນ ແລະທ່ານນາງ ໂງເຟິ໊ມເຈີນ, ປະທານສະຫະສະມາຄົມໄຕ້ຫວັນ-ຫວຽດນາມ ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາເພື່ອແນໃສ່ຜັນຂະຫຍາຍເລື່ອງຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ, ການສຶກສາລະຫວ່າງຫວຽດນາມ ແລະໄຕ້ຫວັນ.
    |
 |
ທ່ານນາງ Su-fen Chen, ຫົວໜ້າຫໍພິພະຕະພັນ ແລະທ່ານນາງ ໂງເຟິ໊ມເຈີນ, ປະທານສະຫະສະມາຄົມໄຕ້ຫວັນ-ຫວຽດນາມ ທີ່ພິທີລົງນາມ. ພາບ: vov.vn. |
ທ່ານນາງ ໂງເຟິ໊ມເຈີນ ຖືວ່າ ຫໍພິພິຕະພັນແຫ່ງຊາດເຕັກໂນໂລຢີຊີວະສາດມະຫາສະໝຸດລວມມີສະພາບຮໍ່າຮຽນຫຼາຍຮູບຫຼາຍແບບກ່ຽວກັບທະເລ ແລະພູເຂົາ, ກໍ່ຄືມີຫຼາຍເຂດວາງສະແດງທີ່ກ່ຽວຂ້ອງເຖິງມະຫາສະໝຸດ, ຜ່ານການຮ່ວມມືກັບຫໍພິພິຕະພັນຈະຈັດຕັ້ງບັນດາກິດຈະກໍາງານບຸນຕັ້ງຄ້າຍອື່ນ, ຊ່ວຍນັກຮຽນ ແລະພໍ່ແມ່ນັກຮຽນຫວຽດນາມ ໄປໄຕ້ຫວັນ (ຈີນ) ເພື່ອຊອກຮູ້ພື້ນຖານການສຶກສາຂອງໄຕ້ຫວັນ, ພົບປະແລກປ່ຽນດ້ານວັດທະນະທໍາ, ເພື່ອຊ່ວຍໃຫ້ນັກຮຽນກ່ອນທີ່ເລືອກໄປຮຽນຢູ່ໄຕ້ຫວັນ. ສິ່ງສຳຄັນໃນການຮ່ວມມືນີ້ແມ່ນນັກຮຽນທີ່ໄດ້ຮັບສະໝັກເຂົ້າຮ່ວມໂຄງການນີ້ຈະໄດ້ຮັບທຶນສຶກສາສ່ວນໜຶ່ງຈາກນະໂຍບາຍຂອງອໍານາດການປົກຄອງໄຕ້ຫວັນ.
    |
 |
ຜູ້ຕາງໜ້າສອງຝ່າຍທີ່ພິທີລົງນາມ. ພາບ: vov.vn. |
ນະໂຍບາຍກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຕາມນະໂຍບາຍຂອງ ໄຕ້ຫວັນ ເລີ່ມແຕ່ປີ 2016. ໄລ່ມາຮອດປະຈຸບັນໄດ້ມີນັກສຶກສາຫວຽດນາມ ເກືອບ 180,000 ຄົນໄປຮຽນຕາມໂຄງການດັ່ງກ່າວຢູ່ໄຕ້ຫວັນ. ທ່ານນາງ ໂງເຟິ໊ມເຈີນ ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ສະຫະສະມາຄົມໄຕ້ຫວັນ-ຫວຽດນາມ ຫາກໍ່ຮ່ວມມືກັບສະມາຄົມກຳມະກອນເອເລັກໂຕນິກໄຕ້ຫວັນ, ໜູນຊ່ວຍກວ່າ 3.000 ວິສາຫະກິດສະມາຊິກທີ່ໄດ້, ກໍາລັງ ແລະຈະລົງທຶນເຂົ້າຫວຽດນາມ ກ່ຽວກັບການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ວິສາຫະກິດ. ປີ 2021, ສະຫະສະມາຄົມໄຕ້ຫວັນ-ຫວຽດນາມ ຈະໜູນຊ່ວຍແຜ່ຂະຫຍາຍໂຄງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຢ່າງກວ້າງຂວາງເຖິງບັນດາແຂວງ, ນະຄອນທີ່ມີບັນດາວິສາຫະກິດໄຕ້ຫວັນເຂົ້າມາລົງທຶນ.
ໂດຍ: ເກື່ອງດັ້ງ