ເພື່ອປ້ອງກັນພະຍາດໂຄວິດ-19, ເດືອນຊາວໜຸ່ມປີນີ້ຈະບໍ່ຈັດພິທີເປີດ ແຕ່ຍັງຟົດຟື້ນດ້ວຍບັນດາວຽກງານທີ່ມີຄວາມໝາຍແທດຈິງຕາມຈິດໃຈ "ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ"; ສຸມໃສ່ປະຈັນບານໃນໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19. ຊາວໜຸ່ມຫຼາຍຄົນເອີ້ນນີ້ວ່າ: “ເດືອນຊາວໜຸ່ມ ພິເສດ”!

leftcenterrightdel
ຊາວໜຸ່ມອາສາສະໝັກ ມາໜູນຊ່ວຍກໍາລັງກອງທັບ, ຕໍາຫຼວດ, ການແພດ ຮັບໃຊ້ຢູ່ເຂດຈໍາກັດບໍລິເວນ. ພາບ: qdnd.vn

leftcenterrightdel
ນັກສຶກສາມະຫາວິທະຍາໄລເຕັກນິກການແພດຫາຍເຢືອງ ຈໍານວນ 500 ກວ່າຄົນພ້ອມກັບຖັນແຖວພາລະກອນການແພດເກັບຕົວຢ່າງມາກວດວິເຄາະໃຫ້ພົນລະເມືອງນັບໝື່ນຄົນ. ພາບ: qdnd.vn

leftcenterrightdel
ຊາວໜຸ່ມອາສາສະໝັກ ຕາແສງກິມລຽນ, ເມືອງກິມແທ່ງ ເຂົ້າຮ່ວມບັນດາໜ່ວຍໂຄສະນາປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: qdnd.vn

leftcenterrightdel
ສະມາຊິກຊາວໜຸ່ມ, ຊາວໜຸ່ມນະຄອນຫາຍເຢືອງ ສະແດງໃຫ້ເຫັນນໍ້າໃຈປະຈັນບານໃນເດືອນຊາວໜຸ່ມ. ພາບ: qdnd.vn

leftcenterrightdel
ໄວໜຸ່ມນະຄອນຫາຍເຢືອງ ເຂົ້າຮ່ວມການຄວບຄຸມການແພດຢູ່ຕາມບັນດາປ້ອມປ້ອງກັນພະຍາດໂຄວິດ-19. ພາບ: qdnd.vn

leftcenterrightdel
ເວລາພັກຜ່ອນຂອງຊາວໜຸ່ມອາສາສະໝັກ ເຈິ່ນຮົ່ງແອັງ, ສູນວັດທະນະທໍາສິລະປະແຂວງຫາຍເຢືອງ. ພາບ: qdnd.vn

ໂດຍ: ໄຊຊະນະ