ໃນໄລຍະທົດລອງຈະແກ່ຍາວໄປຮອດເດືອນມັງກອນ 2021, ຄາດຄະເນວ່າໂຄງການຈະໄດ້ຜັນຂະຫຍາຍຢູ່ 8 ປະເທດ, ໃນນ້ັນມີຫວຽດນາມ ເຊິ່ງແມ່ນປະເທດໜຶ່ງດຽວຂອງອາຊີ ຍ້ອນມີບົດຮຽນ ແລະວິຊາສະເພາະດ້ານການແພດຕ່າງຫາກ, ລວມມີການປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ມີປະສິດທິຜົນ. ກຸ່ມຄົ້ນຄວ້າຢູ່ຫວຽດນາມ ຈະໝູນໃຊ້ຂອບເຂດໃໝ່ທີ່ LSE ໄດ້ພັດທະນາເພື່ອດໍາເນີນການສໍາຫຼວດຢ່າງໄວກ່ຽວກັບລັກສະນະຍືນຍົງ ແລະຄວາມສາມາດປ້ອງກັນ ແລະທົນທານຂອງລະບົບສາທາລະນະສຸກພາຍໃນປະເທດ, ເພື່ອຈາກນັ້ນກຳນົດໄດ້ບັນດາມາດຕະການແທດຈິງເພື່ອຍົກສູງບັນດາສິ່ງດັ່ງກ່າວເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ.

leftcenterrightdel
ກຸ່ມຄົ້ນຄວ້າ ແລະຜັນຂະຫຍາຍໂຄງການຢູ່ຫວຽດນາມ ຖ່າຍຮູບເປັນທ່ີລະນຶກກັບເອກອັກຄະລັດຖະທູດອັງກິດ ແລະເອກອັກຄະລັດຖະທູດຊູແອັດ. ພາບ: ສະຖານທູດອັງກິດ ປະຈຳ ຫວຽດນາມ.

ຕາມທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ແລ້ວ, ການແລກປ່ຽນຄວາມຮູ້ ແລະບົດຮຽນຈະຊ່ວຍໃຫ້ອັງກິດ ແລະຫວຽດນາມ ເພີ່ມທະວີລະບົບສາທາລະນະສຸກຂອງແຕ່ລະປະເທດ ແລະກະກຽມໄດ້ດີກວ່າໃຫ້ບັນດາວິກິດການດ້ານການແພດທີ່ອາດຈະເກີດຂຶ້ນໃນອະນາຄົດ.

ໂດຍ: ແສງເດືອນ