leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຕຽນອານ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ຍິ່ງກວ່າເວລາໃດໝົດ, ບັນດາສະມາຊິກ APEC ຕ້ອງຍົກສູງນ້ໍາໃຈສາມັກຄີ, ຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈປະກອບສ່ວນເພື່ອໃຫ້ອາຊີ-ປາຊີຟິກ ຜ່ານຜ່າບັນດາສິ່ງທ້າທາຍໃນປະຈຸບັນໂດຍໄວ ແລະສືບຕໍ່ນໍາພາວິວັດການຟື້ນຟູເສດຖະກິດທົ່ວໂລກ. APEC ຕ້ອງສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າໃນການຊຸກຍູ້ດ້ານການຄ້າ ແລະການລົງທຶນເສລີ, ເພີ່ມທະວີການເຊື່ອມຈອດເສດຖະກິດພາກພື້ນ ແລະເຕີບໂຕເສດຖະກິດໂດຍຖືເອົາຄົນເປັນໃຈກາງ. ໃນນັ້ນ, APEC ຕ້ອງນໍາໜ້າໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍເປີດ, ອີງຕາມກົດໝາຍ, ການເຄື່ອນໄຫວຢ່າງມີປະສິດທິຜົນດ້ວຍການປະຕິຮູບອົງການການຄ້າໂລກ (WTO) ເພື່ອແນໃສ່ຮັບປະກັນລັກສະນະເໝາະສົມຂອງລະບົບການຄ້າຫຼາຍຝ່າຍຕໍ່ໜ້າການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຢີ ແລະການຫັນປ່ຽນຢ່າງເລິກເຊິ່ງຂອງບັນດາຮູບແບບເສດຖະກິດ, ດໍາເນີນທຸລະກິດ.

AMM-31 ໄດ້ຮັບຮອງເອົາຖະແໜງການຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ ແລະເສດຖະກິດ, ຢັ້ງຢືນຄວາມຕັດສິນໃຈຂອງ 21 ປະເທດສະມາຊິກ APEC ສືບຕໍ່ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມອາຊີ-ປາຊີຟິກ ມີຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ ແລະຮັກສາບົດບາດຂອງ APEC ແມ່ນກົນໄກຮ່ວມມືດ້ານເສດຖະກິດແຖວໜ້າພາກພື້ນໃນບັນດາທົດຕະວັດຕໍ່ໜ້າ.

ໂດຍ: ເກື່ອງດັ້ງ