ກ່າວຄຳເຫັນໃນກອງປະຊຸມຂ່າວ ທີ່ຈັດຂຶ້ນໃນວັນທີ 23 ຕຸລາ, ທ່ານ Tedros Adhanom Ghebreyeusus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ໃຫ້ຮູ້ວ່າ ມີຫຼາຍປະເທດພວມເຫັນປະຈັກຕາກ່ຽວກັບການເພີ່ມຂຶ້ນຂອງຜູ້ຕິດເຊື້ອໂຄວິດ-19. ທ່ານ ຮຽກຮ້ອງໃຫ້ການນຳບັນດາປະເທດໃນໂລກມີການກະທຳໂດຍດ່ວນເພື່ອສະກັດກັ້ນການເພີ່ມອັດຕາຜູ້ເສຍຊີວິດ, ການລົ້ມລະບາຍຂອງລະບົບສາທາລະນະສຸກຜ່ານບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດເປັນຕົ້ນແມ່ນກວດຫາເຊື້ອໄວຣັດ, ຄົ້ນຫາປະຫວັດການສຳຜັດ, ແຍກຕົວ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 24 ຕຸລາ, ທົ່ວໂລກມີຜູ້ຕິດເຊື້ອທັງໝົດກວ່າ 42,4 ລ້ານຄົນ ແລະມີກວ່າ 1,1 ລ້ານຄົນເສຍຊີວິດ, ໃນນັ້ນ ອາເມລິກາ, ອິນເດຍ ແລະບຣາຊິນ ແມ່ນບັນດາປະເທດນຳໜ້າກ່ຽວກັບຈຳນວນຜູ້ຕິດເຊື້ອ.

ແຫຼ່ງຄັດຈາກ: vovworld.vn