leftcenterrightdel
ຫວຽດນາມ ກາຍເປັນໃຈກາງດຶງດູດ FDI ດ້ວຍລະດັບເຕີບໂຕແຕ່ລະປີບັນລຸລະດັບ 10,4% ໃນໄລຍະ 2013-2019. ພາບ: SCMP.

ຕາມບົດຂຽນດັ່ງກ່າວ, ໃນໄລຍະ 2013-2019, FDI ຂອງຫວຽດນາມ ໄດ້ເພີ່ມຂຶ້ນປະມານ 81%. ໜັງສືພິມ South China Morning Post ເນັ້ນໜັກວ່າ “ຄວາມເປັນເຈົ້າການຂອງຫວຽດນາມ ໃນການປະຕິບັດນະໂຍບາຍເປັນມິດກັບວິສາຫະກິດ, ສ້າງຕັ້ງບັນດາເຂດອຸດສາຫະກໍາ ກໍ່ຄືກໍາລັງຜູ້ອອກແຮງງານໜຸ່ມເປັນຈໍານວນຫຼວງຫຼາຍໄດ້ຊ່ວຍດຶງດູດ FDI ຈາກປະເທດອື່ນໆ... ນອກຈາກນັ້ນ, ສະຖຽນລະພາບດ້ານການເມືອງກໍ່ເປັນກຳລັງດຶງດູດ FDI”. ໃນຂະນະນັ້ນ, ເວັບໄຊ The Asean Post ຖືວ່າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກໃນປັດຈຸບັນ, ພື້ນຖານເສດຖະກິດຫວຽດນາມ ຍັງຄົງເຕີບໃຫຍ່ຂະຫຍາຍຕົວ ແລະຫວຽດນາມ ແມ່ນປະເທດທີ່ກໍາລັງບືນຕົວຂຶ້ນຢູ່ອາຊີຕາເວັນອອກສ່ຽງໃຕ້. ຜົນສໍາເລັດຂອງຫວຽດນາມໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ດຶງດູດຄວາມສົນໃຈຂອງປະຊາຄົມສາກົນ. ເວັບໄຊ The Asean Post ໃຫ້ຂໍ້ສັງເກດວ່າ “ຫວຽດນາມ ພວມມີຖານະບົດບາດທີ່ດີເພື່ອຫຼຸດພົ້ນອອກຈາກແຮ້ວເສດຖະກິດຂອງພະຍາດໂຄວິດ-19".

ໂດຍ: ກວຽດເຕິມ