ໃນສານ, ບັນດາສະຫາຍການນໍາ ລາວ ໄດ້ສະແດງຄວາມເປັນຫ່ວງເປັນໃຍເມື່ອໄດ້ຮັບຂ່າວວ່າ ພາຍຸລູກທີ 6 ແລະລູກທີ 7 ພັດເຂົ້າບັນດາແຂວງພາກກາງຂອງຫວຽດນາມ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດ ແລະຊັບສິນຂອງປະຊາຊົນ; ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດຖະບານ ແລະປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ໂດຍສະເພາະແມ່ນຄອບຄົວຜູ້ປະສົບເຄາະຮ້າຍຈາກໄພທໍາມະຊາດໃນຄັ້ງຮ້າຍແຮງນີ້ດ້ວຍ.

leftcenterrightdel
ໜ່ວຍກູ້ໄພ ຊ່ວຍປະຊາຊົນເຄື່ອນຍ້າຍເຖິງສະຖານທີ່ປອດໄພ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາສະຫາຍການນໍາລາວ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ, ລັດຖະບານຫວຽດນາມ, ປະຊາຊົນຫວຽດນາມ ອ້າຍນ້ອງຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະສາມາດແກ້ໄຂສະພາບການດັ່ງກ່າວ ແລະຟື້ນຟູການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ຄວາມປົກກະຕິໂດຍໄວ.

ບັນດາສະຫາຍການນໍາ ລາວ ກໍເນັ້ນໜັກວ່າ ພັກ, ລັດຖະບານ ແລະປະຊາຊົນ ລາວ ຍາມໃດກໍຄຽງບ່າຄຽງໄຫຼ່ກັບ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມອ້າຍນ້ອງ ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກນີ້ ແລະຍາມໃດກໍເຊີດຊູມູນເຊື້ອການພົວພົນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ ແລະຫວຽດນາມ.

ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

* ແບ່ງປັນພ້ອມກັບຫວຽດນາມ ກ່ຽວກັບບັນດາຄວາມເສຍຫາຍຍ້ອນພາຍຸ, ນໍ້າຖ້ວມກໍຂຶ້ນ, ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ກໍ່ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Don Pramudwinai ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄທ  ກໍ່ໄດ້ສົ່ງສານສະແດງຄວາມເຫັນໃຈມາຍັງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ໃນສານ, ການນໍາ ໄທ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະປະຊາຊົນຫວຽດນາມ ຢູ່ບັນດາເຂດປະສົບໄພນໍ້າຖ້ວມ ແລະດິນເຊາະເຈື່ອນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແລະປະຊາຊົນຫວຽດນາມ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໂດຍໄວ.

ໂດຍ: ໄຊຊະນະ