ຍົກສູງວົງເງິນສົ່ງອອກ-ນໍາເຂົ້າຜະລິດຕະພັນກະເສດຫວຽດນາມ-ສະຫະລັດອາເມລິກາ
ກປ.ອອນໄລ - ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການເຮັດວຽກລະຫວ່າງກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ແລະສະຖານທູດສະຫະລັດອາເມລິກາ ກ່ຽວກັບການຊຸກຍູ້ການນໍາເຂົ້າຜະລິດຕະພັນກະເສດຈາກສະຫະລັດອາເມລິກາ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແກ້ໄຂບັນດາຂໍ້ຕິດຄັດກ່ຽວກັບພາສີກໍ່ຄືເວລາກັກກັນພະຍາດນໍາເຂົ້າສິນຄ້າເພື່ອຊຸກຍູ້ການປະຕິບັດຄໍາໝັ້ນສັນຍາລະຫວ່າງສອງຝ່າຍ.
ດ້ວຍເປົ້າໝາຍຊຸກຍູ້ບັນດາຄໍາໝັ້ນສັນຍາສົ່ງອອກ-ນໍາເຂົ້າຜະລິດຕະພັນກະເສດມຸ່ງໄປເຖິງເຮັດໃຫ້ດຸນການຄ້າລະຫວ່າງສອງຝ່າຍສົມສ່ວນກັນ, ໃນ 8 ເດືອນຜ່ານມາ, ກະຊວງກະສິກໍາ ແລະພັດທະນາຊົນນະບົດໄດ້ຕັ້ງໜ້າສົມທົບກັນແກ້ໄຂບັນດາຂໍ້ຕິດຄັດເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດສອງປະເທດ.
ທ່ານ ຫງວຽນໂດ້ແອງຕວນ ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກໍາ ແລະພັດທະນາຊົນນະບົດ ໃຫ້ຮູ້ວ່າການຄ້າ ແລະການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນ້ຳຫວຽດນາມ ໄປຍັງສະຫະລັດອາເມລິກາ ນັບມື້ນັບເພີ່ມຂຶ້ນ, ມີບາງໄລຍະໃນປີສະຫະລັດອາເມລິກາ ກາຍເປັນຕະຫຼາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນ້ຳໃຫຍ່ທີ່ສຸດຂອງຫວຽດນາມ.
ສະຫະລັດອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ, ພິເສດແມ່ນການຄ້າຜະລິດຕະພັນກະເສດເຕີບໃຫຍ່ຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ, ບັນລຸເກືອບ 30%. ໃນ 7 ເດືອນຜ່ານມາ, ຍອດວົງເງິນການຄ້າສອງຝ່າຍບັນລຸກວ່າ 47 ຕື້ໂດລາສະຫະລັດ.
ໂດຍ: ຈາງຫງວຽນ