ແຂວງຫວີ້ງລອງ ເປີດກວ້າງການຮ່ວມມືກັບຄູ່ຮ່ວມມືຕ່າງປະເທດ ທີ່ມີຄວາມສາມາດບົ່ມຊ້ອນ
ກປ.ອອນໄລ - ວັນທີ 3 ສິງຫາ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ນໍາໂດຍທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການເຮັດວຽກກັບຄະນະພັກແຂວງຫວີ້ງລອງ ກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດ ແລະບັນດາຂົງເຂດອື່ນຂອງແຂວງກັບບັນດາປະເທດ, ເຂດແຄວ້ນຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ; ຜົນການຜັນຂະຫຍາຍວຽກງານພົວພັນຕ່າງປະເທດໃນ 6 ເດືອນຕົ້ນປີ 2020.
ທີ່ການເຮັດວຽກ, ການນໍາແຂວງຫວີ້ງລອງ ສະເໜີແນະໃຫ້ກະຊວງການຕ່າງປະເທດ ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການພົວພັນຕ່າງປະເທດເປັນປະຈໍາ, ຊ່ວຍໃຫ້ທ້ອງຖິ່ນກໍາແໜ້ນ ແລະຂຸດຄົ້ນກາລະໂອກາດຮ່ວມມືຶ ແລະແລກປ່ຽນການຄ້າກັບບັນດາຄູ່ຮ່ວມມືຕ່າງປະເທດຢ່າງທັນການ ແລະມີປະສິດທິຜົນ; ສະເໜີໃຫ້ກະຊວງການຕ່າງປະເທດ ໜູນຊ່ວຍແຂວງຫວີ້ງລອງ ສ້າງຕັ້ງ, ເປີດກວ້າງ ແລະເພີ່ມທະວີສາຍພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດ, ພິເສດແມ່ນການສ້າງຕັ້ງການພົວພັນຮ່ວມມືຂັ້ນທ້ອງຖິ່ນກັບບາງປະເທດທີ່ມີເງື່ອນໄຂຄ້າຍຄືກັນ. ນອກຈາກນີ້, ກະຊວງການຕ່າງປະເທດ ສະເໜີ, ປະສານງານບັນດາລາຍການ, ໂຄງການໜູນຊ່ວຍທີ່ບໍ່ຂຶ້ນກັບລັດຖະບານເຂົ້າທ້ອງຖິ່ນ, ໂດຍສະເພາະແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ, ນໍ້າປະປາ, ປົກປັກຮັກສາສິ່ງແວດລ້ອມ ແລະປ້ອງກັນ, ຕ້ານ, ຫຼຸດຜ່ອນຜົນກະທົບຈາກໄພທໍາມະຊາດ...
    |
 |
ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: biengioilanhtho.gov.vn. |
ຕາມທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ພ້ອມແລ້ວທີ່ຈະໜູນຊ່ວຍແຂວງຫວີ້ງລອງ ຊອກຫາ, ເປີດກວ້າງສາຍພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດທີ່ມີຄວາມສາມາດບົ່ມຊ້ອນ ແລະສອດຄ່ອງກັບທ້ອງຖິ່ນ; ໜູນຊ່ວຍການໂຄສະນາ, ໂຄສະນາກ່ຽວກັບພາບພົດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງເຖິງບັນດາຄູ່ຮ່ວມມືເພື່ອແນໃສ່ຮັບໃຊ້ວິວັດການພັດທະນາຂອງແຂວງຢ່າງມີປະສິດທິຜົນ. ບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະຄວາມຕ້ອງການ, ແຂວງຫວີ້ງລອງ ຕ້ອງເພີ່ມທະວີການຮ່ວມມື, ແຮກສ່ຽວກັບບັນດາທ້ອງຖິ່ນຕ່າງປະເທດເພື່ອຮ່ວມມືພັດທະນາ, ດຶງດູດການລົງທຶນ, ເຕັກໂນໂນຢີ.
ໂດຍ: ໄຊຊະນະ