ກ່າວຄໍາເຫັນທີ່ງານບຸນໂຄມໄຟພາວະນາຂໍໃຫ້ໂລກມີຄວາມສັນຕິພາບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: ງານບຸນ Vesak ແມ່ນຂົວເຊື່ອມຕໍ່ຄວາມຮູ້, ຄວາມຮັກແພງ ແລະແນວຄິດກ້າວໜ້າ, ເພີ່ມພູນຄູນສ້າງວັດທະນະທຳສັນຕິພາບໃຫ້ແກ່ມວນມະນຸດ. 

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ທຳພິທີຫົດສົງພະ ທີ່ວັດຕາມຈຸກ. ພາບ: ຫາຍມິງ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ພຸດທະສາສະນິກະຊົນ ແລະປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວຫ້າທະວີບ ພ້ອມກັນຮັດແໜ້ນນໍ້າໃຈມິດຕະພາບ, ຮ່ວມມືຮັກແພງກັນ, ເສີມຂະຫຍາຍບັນດາຄຸນຄ່າຂອງພຸດທະສາສະໜາໃນຊີວິດປັດຈຸບັນ, ຮ່ວມແຮງຮ່ວມໃຈກັນສ້າງໂລກແຫ່ງສັນຕິພາບ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍອັນໃຫຍ່ຫຼວງ ເຊິ່ງມວນມະນຸດກໍາລັງປະເຊີນໜ້າ, ສະກັດກັ້ນຫຼຸດຜ່ອນການປະທະກັນ, ຄວາມບໍ່ສະເໝີພາບ, ຍູ້ຖອຍຄວາມທຸກຍາກອຶດຫິວ, ຄວາມລະທົມທຸກ, ເພື່ອໃຫ້ປະຊາຊົນທຸກຄົນໄດ້ດຳລົງຊີວິດໃນຄວາມເບີກບານມ່ວນຊື່ນ ແລະມີຄວາມຜາສຸກ.

leftcenterrightdel
ພຸດທະສາສະນິກະຊົນ ແລະພະສົງສາມະເນນ ເຂົ້າຮ່ວມງານບຸນໂຄມໄຟ ພາວະນາຂໍໃຫ້ໂລກມີຄວາມສັນຕິພາບ. ພາບ: ຫາຍມິງ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍປາດຖະໜາວ່າ ພຸດທະສາສະນິກະຊົນ ແລະປະຊາຊົນຫວຽດນາມ ຈະເສີມຂະຫຍາຍບັນດາສິ່ງຍອດຢ້ຽມຂອງພຸດທະສາສະໜາ, ເຮັດໃຫ້ຄັງສາງວັດທະນະທໍາທີ່ເປັນມູນເຊື້ອຂອງຊາດ ອຸດົມສົມບູນກວ່າອີກ, ປະຕິບັດນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການເຫຼື້ອມໃສ, ສາສະໜາ ເປັນຢ່າງດີ, ປະກອບສ່ວນເຂົ້າໃນການສ້າງສາປະເທດຫວຽດນາມ ໃຫ້ຂຽວສົດງົດງາມ, ສັນຕິພາບ ແລະພັດທະນາແບບຍືນຍົງ.

ໂດຍ: ກວຽດເຕິມ