leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມພິທີໄຂງານບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນເຫດການວັດທະນະທໍາການເມືອງສໍາຄັນຂອງສະຫະປະຊາຊາດ ໄດ້ຈັດຕັ້ງປະຈໍາປີ ແລະເປັນຄັ້ງທີ 3 ທີ່ຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ເຂົ້າຮ່ວມງານບຸນວິສາຂະບູຊາ Vesak ປີນີ້ມີປະມຸກລັດຫຼາຍຄົນ ພ້ອມກັບພະສົງສຳມະເນນ, ການນໍາບັນດາສະມາຄົມພຸດທະສາສະໜາ, ບັນດານັກຄົ້ນຄວ້າ, ນັກຮຽນຮູ້ດ້ານພຸດທະສາສະໜາໃນໂລກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ປະຕິບັດພິທີກຳຫົດສົງພະ. ພາບ: qdnd.vn.

ໃນວັນໄຂງານບຸນດັ່ງກ່າວ, ຢູ່ສະຖານທີ່ຂອງວັດຕາມຈຸກ, ມີພໍ່ແມ່ປະຊາຊົນ, ພຸດທະສາສະນິກະຊົນນັບໝື່ນຄົນໄດ້ເຂົ້າຮ່ວມພິທີກຳຫົດສົງພະ ແລະການເຄື່ອນໄຫວວັດທະນະທໍາຄວາມເຫຼື້ອມໃສຫຼາຍຢ່າງ ໂດຍຄະນະວັດທະນະທໍາສູນກາງສະມາຄົມພຸດທະສາສະໜາຫວຽດນາມ ປະຕິບັດ.

leftcenterrightdel
ບັນດາຜູ້ແທນສາກົນ ເຂົ້າຮ່ວມພິທີໄຂງານບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019. ພາບ: qdnd.vn.
leftcenterrightdel
 
leftcenterrightdel
ບັນຍາກາດຂອງວັດຕາມຈຸກ,  ສະຖານທີ່ດໍາເນີນພິທີໄຂງານບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019. ພາບ: qdnd.vn.

ງານບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019 ດໍາເນີນໃນລະຫວ່າງວັນທີ 12-14 ພຶດສະພາ ດ້ວຍຫຼາຍເວທີປາໄສ, ກອງປະຊຸມສໍາມະນາ ໄດ້ມີບົດປະກອບຄໍາເຫັນນັບຮ້ອຍບົດຂອງບັນດາພະສົງສຳມະເນນ, ນັກຮຽນຮູ້ໃນໂລກທີ່ປຶກສາຫາລືກ່ຽວກັບມາດຕະການຂອງພຸດທະສາສະໜາ ປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ໂດຍ: ທູຈາງ