ໂດຍປະຕິບັດການຊີ້ນໍາຂອງອະນຸກໍາມະການປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ APEC 2017 ກະຊວງຕໍາຫຼວດ, ກົມຕຳຫຼວດຈະລາຈອນ ໄດ້ເປັນເຈົ້າການສ້າງແຜນການ, ແຜນງານສັງລວມໃນວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ ແລະນໍາທາງຄະນະຜູ້ແທນ ຮັບໃຊ້ APEC 2017; ກະກຽມຢ່າງຮອບຄອບການແບ່ງງານ, ຈັດວາງກໍາລັງ, ພາຫະນະ, ການສື່ສານ ແລະບັນດາແຜນນໍາທາງຄະນະຜູ້ແທນ.

leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບຕຳຫຼວດຈະລາຈອນ ກວ່າ 800 ຄົນ ແລະພາຫະນະນັບເປັນຮ້ອຍໆຄັນໄດ້ລະດົມເພື່ອແນໃສ່ຮັບໃຊ້ສັບປະດາຂັ້ນສູງ APEC 2017. ພາບ. ວັນຈູງ

ດ້ວຍຄວາມຕັດສິນໃຈສູງສຸດ, ພະນັກງານ, ນັກຮົບຕຳຫຼວດຈະລາຈອນ ກວ່າ 800 ຄົນ ໄດ້ເຕົ້າໂຮມພ້ອມກັບພາຫະນະ, ເຄື່ອງມື, ເຄື່ອງອຸປະກອນເຕັກນິກນັບເປັນຮ້ອຍໆຄັນເພື່ອໜູນຊ່ວຍເຂົ້າຮ່ວມຮັບໃຊ້ສັບປະດາຂັ້ນສູງ APEC 2017 ເຊິ່ງຈະດໍາເນີນຢູ່ນະຄອນ ດ່ານັ້ງ. ແຕ່ວັນທີ 16 ຕຸລາ ຫາວັນທີ 12 ພະຈິກ, ກົມຕຳຫຼວດຈະລາຈອນ ໄດ້ຊີ້ນໍາກໍາລັງຕຳຫຼວດຈະລາຈອນໃນທົ່ວປະເທດຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນທັງສາມຂົງເຂດທາງບົກ, ທາງລົດໄຟ ແລະທາງນໍ້າພາຍໃນປະເທດເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017.

ແປໂດຍ: ເຈິ່ນຮວ່ຽນ