ເນື້ອໃນໂທລະເລກ ລະບຸວ່າ: ຄະ​ນະ​ບໍ​ລິ​ຫານ​ງານ​ສູນກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ຂໍ​ສະ​ແດງ​ຄວາມ​ອາ​ໄລ​ອາ​ວອນ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດຫວຽດ​ນາມ, ລັດ​ຖະ​ບານ, ກອງທັບ ແລະ ປະ​ຊາ​ຊົນຫວຽດ​ນາມ ອ້າຍ​ນ້ອງຕໍ່​ການເຖິງ​ແກ່ມໍ​ລະ​ນະ​ກຳ​ຂອງສະຫາຍພົນເອກ ຟຸ່ງກວາງແທງ ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃນ​ວັນ​ທີ 11 ກັນຍາ 2021.

ຕະຫຼອດ​ຊີ​ວິດ​ແຫ່ງການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງຕົນ, ສະ​ຫາຍ​ໄດ້ອຸ​ທິດ​ເຫື່ອ​ແຮງ, ສະ​ຕິ​ປັນ​ຍາ​​ຂອງ​ຕົນຢ່າງບໍ່​ຮູ້​ອິດ​ຮູ້​ເມື່ອຍ​ໃຫ້ແກ່​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງພັກ ແລະປະ​ເທດ​ຊາດ​ຫວຽດ​ນາມ ໂດຍສະເພາະແມ່ນການພັດທະນາ ແລະເຕີບໃຫຍ່ເຂັ້ມແຂງຂອງ ກອງທັບປະຊາຊົນຫວຽດນາມ ກໍຄື​​ປະ​ກອບ​ສ່ວນສໍາຄັນ​ເຂົ້າໃນການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບພິ​ເສດ ແລະການ​ຮ່ວມ​ມື​ຮອບ​ດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງຊາດລາວ-ຫວຽດ​ນາມ.

ການ​ຈາກ​ໄປ​ຂອງ​ສະ​ຫາຍ ພົນເອກ ຟຸ່ງກວາງແທງ ບໍ່​ພຽງ​ແຕ່​ເປັນ​ການ​ສູນ​ເສຍ​ຜູ້​ນຳ​ປະ​ຕິ​ວັດ​ທີ່​ກ້າ​ແກ່ນ​ຂອງ​ພັກ, ລັດ​ຖະ​ບານ, ກອງທັບ ແລະປະ​ຊາ​ຊົນຫວຽດ​ນາມ ອ້າຍນ້ອງເທົ່າ​ນັ້ນ,​ ຫາກ​ຍັງ​ເປັນ​ການ​ສູນ​ເສຍ​ເພື່ອນ​ມິດ​ຜູ້​ສະ​ໜິດ​ສະ​ໜົມ​ຂອງພັກ, ລັດ, ກອງທັບ ແລະປະ​ຊ​າ​ຊົນ​ລາວ​ບັນ​ດາ​ເຜົ່າ​ຂອງ​ພວກ​ຂ້າ​ພະ​ເຈົ້າ ​ອີກດ້ວຍ.

ພວກ​ຂ້າ​ພະ​ເຈົ້າ ​ຂໍ​ແບ່ງ​ປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ອັນ​ສຸດ​ຊຶ້ງ ແລະຄວາມ​ທຸກ​ໂສກ​ຮ່ວມກັບຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ລັດ​ຖະ​ບານ ແຫ່ງ ສສ ຫວຽດນາມ, ກອງທັບປະຊາຊົນຫວຽດນາມ, ປະ​ຊາ​ຊົນ​ຫວຽດ​ນາມ ອ້າຍນ້ອງ ແລະຄອບ​ຄົວຂອງສະ​ຫາຍ ພົນເອກ ຟຸ່ງກວາງແທງ ມາ​ນະ​ໂອ​ກາດນີ້​ດ້ວຍ.

ເນື້ອໃນ: ຂປລ