ເພີ່ມທະວີການພົວພັນຕ່າງປະເທດ,ເຊື່ອມຕໍ່ບັນດາທ້ອງຖິ່ນພາກໃຕ້ ກັບຄູ່ຮ່ວມມືຕ່າງປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 31 ມີນາ, ຢູ່ນະຄອນໂຮ່ຈີມິນ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງການໂອ້ລົມສົນທະນາລະຫວ່າງຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ອາຍຸການ 2025-2028 ແລະຜູ້ຕາງໜ້າບັນດາທ້ອງຖິ່ນພາກໃຕ້.
ທີ່ການເຮັດວຽກ, ຜູ້ຕາງໜ້າບັນດາແຂວງ, ນະຄອນພາກໃຕ້ ຫວັງວ່າ ກະຊວງການຕ່າງປະເທດ ແລະອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ສືບຕໍ່ໜູນຊ່ວຍບັນດາທ້ອງຖິ່ນໃນການແນະນໍາ, ເຊື່ອມຕໍ່ກັບວິສາຫະກິດຕ່າງປະເທດ ມີຄວາມສາມາດບົ່ມຊ້ອນລົງທຶນເຂົ້າໃນບັນດາຂົງເຂດບຸລິມະສິດພັດທະນາພື້ນຖານໂຄງລ່າງ, ພັດທະນາກະສິກໍາສີຂຽວ, ອຸດສາຫະກຳປຸງແຕ່ງ ແລະພັດທະນາການທ່ອງທ່ຽວ.
    |
 |
|
ທ່ານນາງ ຫງວຽນເຮືອງຈ່າ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ, ຜູ້ຕາງໜ້າປະຈໍາການຫວຽດນາມ ຄຽງຂ້າງ ສະຫະພາບ ເອີລົບ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາງ ເລືອງມິງຮົ່ງ ຮອງຫົວໜ້າກົມການທູດເສດຖະກິດ, ກະຊວງການຕ່າງປະເທດ, ຢືນຢັນວ່າ ກະຊວງການຕ່າງປະເທດ ຈະໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍວິສາຫະກິດເຂົ້າຮ່ວມເຫດການງານວາງສະແດງສາກົນ ແລະພວມສ້າງບັນຊີລາຍຊື່ເຫດການງານວາງສະແດງວິທະຍາສາດ-ເຕັກໂນໂລຢີໃນໂລກ ເພື່ອພ້ອມແລ້ວທີ່ຈະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດເຂົ້າຮ່ວມບັນດາເຫດການຢູ່ຕ່າງປະເທດ; ພ້ອມແລ້ວທີ່ຈະເຊື່ອມຕໍ່ຕະຫຼາດ, ໜູນຊ່ວຍບັນດາວິສາຫະກິດເຂົ້າເຖິງ ແລະຮັບເອົາເຕັກໂນໂລຢີໃໝ່ໃຫ້ວິສາຫະກິດ.
ຜູ້ຕາງໜ້າກະຊວງການຕ່າງປະເທດ ແລະຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ອາຍຸການ 2025-2028 ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການສົມທົບຢ່າງແໜ້ນແຟ້ນຈາກບັນດາທ້ອງຖິ່ນພາກໃຕ້ກວ່າອີກ; ສະເໜີໄດ້ຮັບຂໍ້ມູນຂ່າວສານໂດຍສັງເຂບ, ທ່າແຮງໃນການສົ່ງອອກ, ການພັດທະນາທ່ອງທ່ຽວ...
ໂດຍ: ທອງສີ ສຸຕິວົງ