ກ່າວຄຳເຫັນທີ່ພິທີ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງຄໍາອວຍພອນຂອງພັກ, ລັດຖະບານ, ປະຊາຊົນຫວຽດນາມ ມາຍັງພັກ, ລັດຖະບານ, ປະຊາຊົນ ສປປ.ເກົາຫຼີ ເນື່ອງໃນໂອກາດ ສປປ.ເກົາຫຼີ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງພັກແຮງງານ ສ.ເກົາຫຼີ ປະສົບຜົນສຳເລັດ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກແຮງງານ ສປປ.ເກົາຫຼີ ໂດຍທ່ານ Kim Jong Un ເລຂາທິການໃຫຍ່, ປະທານກິດຈະການແຫ່ງລັດ ແຫ່ງ ສປປ.ເກົາຫຼີ ເປັນຜູ້ນຳຈະປະຕິບັດບັນດາເປົ້າໝາຍຍຸດທະສາດຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ຢ່າງມີໄຊ, ສືບຕໍ່ນໍາປະເທດພັດທະນາຈະເລີນຮຸ່ງເຮືອງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Ri Sung Guk ເອກອັກຄະລັດຖະທູດ ສປປ.ເກົາຫຼີ. ພາບ: qdnd.vn

ທ່ານ ເລຮວ່າຍຈູງ ຢືນຢັນວ່າ ໃນແນວທາງການພົວພັນຕ່າງປະເທດຂອງຕົນ, ຫວຽດນາມ ຍາມໃດກໍ່ຄືເປັນສໍາຄັນການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອທີ່ມີອຸດົມການສັງຄົມນິຍົມເຊັ່ນດຽວກັນ, ໃນນັ້ນມີ ສປປ.ເກົາຫຼີ; ເຊື່ອໝັ້ນວ່າບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ-ສປປ.ເກົາຫຼີ, ດ້ວຍຄວາມຕັດສິນໃຈສູງຂອງການນຳສອງປະເທດ, ການຮ່ວມແຮງຮ່ວມໃຈ, ຄວາມສາມັກຄີຂອງທົ່ວປວງຊົນ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດຈະສືບຕໍ່ປະຕິບັດມະຕິຂອງພັກ ຢ່າງມີໄຊ, ພັດທະນາປະເທດຊາດໃຫ້ກາຍເປັນປະເທດເຂັ້ມແຂງແຮງກ້າ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜໍາສໍາລານ, ຜາສຸກ.

leftcenterrightdel
ບັນດາຜູ້ແທນຊົມງານວາງສະແດງທີ່ເຫດການ. ພາບ: qdnd.vn

ໃນບົດກ່າວປາໄສທີ່ເຫດການ, ທ່ານ Ri Sung Guk ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈໍາ ຫວຽດນາມ ຢືນຢັນການຖືເປັນສໍາຄັນ ແລະພັດທະນາສາຍພົວພັນກັບຫວຽດນາມ ຢ່າງບໍ່ຢຸດຢັ້ງ. ສປປ.ເກົາຫຼີ ຈະສືບຕໍ່ປັບປຸງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບພັກກອມມູນິດຫວຽດນາມ ບົນເສັ້ນທາງກໍ່ສ້າງສັງຄົມນິຍົມ, ຕັ້ງໜ້າປະກອບສ່ວນເຂົ້າໃນກິດຈະການກໍ່ສ້າງໂລກທີ່ມີຄວາມຍຸຕິທຳ, ກ້າວໜ້າ, ເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືກັບບັນດາກຳລັງທີ່ກ້າວໜ້າໃນໂລກ.

ໂດຍ: ທູຈາງ