ຫວຽດນາມ ຢືນຢັນຄວາມຮັບຜິດຊອບທີ່ສະພາສິດທິມະນຸດສະຫະປະຊາຊາດ
ກອງປະຊຸມປະຈຳປີ ຄັ້ງທີ 61 ຂອງສະພາສິດທິມະນຸດສະຫະປະຊາຊາດ ຫາກໍ່ສິ້ນສຸດລົງຢູ່ ເຊີແນວ ພາຍຫຼັງເຮັດວຽກມາເປັນເວລາ 6 ອາທິດ (ແຕ່ວັນທີ 23 ກຸມພາ ຫາວັນທີ 31 ມີນາ), ສ້າງຂີດໝາຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການປະກອບສ່ວນຢ່າງແທດຈິງຂອງຫວຽດນາມ ໃນສະພາບການໂລກສືບຕໍ່ມີການຜັນແປຢ່າງສັບສົນ.
    |
 |
|
ກອງປະຊຸມຂອງສະພາສິດທິມະນຸດສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຕະຫຼອດຊຸດກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບເຂົ້າໃນວິວັດທະນາການໃຫ້ຄຳປຶກສາ ແລະຮັບຟັງຄຳຄິດເຫັນຕໍ່ມະຕິ 38 ສະບັບ, ພ້ອມກັນນັ້ນກໍ່ຜັນຂະຫຍາຍ 2 ຂໍ້ລິເລີ່ມພົ້ນເດັ່ນ. ທີ 1, ຫວຽດນາມ ສ້າງ ແລະສະເໜີບົດຄຳເຫັນລວມກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ພ້ອມກັບການຮ່ວມອຸປະຖຳຂອງ 67 ປະເທດ. ທີ 2, ຫວຽດນາມ ເປັນປະທານຮ່ວມເຫດການນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະໄທ ກ່ຽວກັບຜົນສະທ້ອນຕໍ່ກັບສິດທິມະນຸດຂອງການສໍ້ໂກງທາງໄຊເບີ.
ນອກນັ້ນ, ຫວຽດນາມ ຍັງເປັນປະທານການສ້າງ ແລະສະເໜີບົດຄຳເຫັນລວມຂອງອາຊຽນ ທີ່ວາລະປຶກສາຫາລືກ່ຽວກັບການເງິນສຳລັບການພັດທະນາແບບຍືນຍົງທີ່ສອດຄ່ອງກັບບັນດາພັນທະກ່ຽວກັບສິດເສດຖະກິດ, ສັງຄົມ ແລະວັດທະນະທຳ. ຄະນະຜູ້ແທນຫວຽດນາມ ກໍ່ມີບົດກ່າວປາໄສແຫ່ງຊາດຢູ່ຫຼາຍວາລະປຶກສາຫາລື ແລະການເຈລະຈາສຳຄັນຂອງກອງປະຊຸມ.
ກອງປະຊຸມຄັ້ງນີ້ບັນລຸໄດ້ຫຼາຍໝາກຜົນພົ້ນເດັ່ນ, ລວມມີການຈັດບັນດາວາລະປະຊຸມຂັ້ນສູງດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດກວ່າ 120 ທ່ານ, ປຶກສາຫາລື ແລະພິຈາລະນາມະຕິ 38 ສະບັບ, ຈັດຕັ້້ງຫຼາຍວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບບັນຫາສິດທິມະນຸດທີ່ສຳຄັນ ແລະສຳເລັດລະບຽບການໝາກຜົນການກວດກາຄືນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ຮອບວຽນ 4 ຂອງ 13 ປະເທດ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ